ຫວຽດນາມ ແລະ ສ.ເກົາຫລີສົມທົບກັນຢ່າງແຫນ້ນແຟ້ນໃນວຽກງານປ້ອງກັນຄວບຄຸມໂລກລະບາດCovid-19

(VOVWORLD) -ວັນທີ 28 ກຸມພາ ຕາມການສະເຫນີຈາກຝ່າຍ ສ.ເກົາຫລີ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Kang Kyung Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ. 

ສອງຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສ.ເກົາຫລີ. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຕົກລົງຢຸດຕິຊົ່ວຄາວການຍົກເວັ້ນວີຊາ ສຳລັບພົນລະເມືອງ ສ.ເກົາຫລີ ເລີ່ມຕົ້ນນັບແຕ່ເວລາ 00 ໂມງ ວັນທີ 29 ກຸມພາ ຊື່ງໄດ້ແຈ້ງໃຫ້ຝ່າຍ ສ.ເກົາຫລີ ຮັບຊາບແລ້ວກ່ອນນັ້ນ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ Covid 19, ຕາມນັ້ນແລ້ວ ພົນລະເມືອງ ສ.ເກົາຫລີ ຖື ຫນັງສືຜ່ານແດນທຳມະດາເມື່ອມີວິຊາເໝາະສົມ ກໍ່ສາມາດເດີນທາງເຂົ້າປະເທດຫວຽດນາມໄດ້. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ຝ່າຍ ສ.ເກົາຫລີ ສົມທົບຢ່າງແຫນ້ນແຟ້ນກັບ ຫວຽດນາມໃນວຽກງານປ້ອງກັນ ຄວບຄຸມໂລກລະບາດ ເວົ້າລວມແລະຫນູນຊ່ວຍພົນລະເມືອງ,ວິສາຫະກິດ ພວມທຳມາຫາກິນ ກໍ່ຄືພວມເຮັດທຸລະກິດ ຢູ່ແຕ່ລະປະເທດເວົ້າສະເພາະແລະປາດຖະຫນາຢາກໃຫ້ການຮ່ວມມືດ້ານເສດຖະກິດ ການຄ້າ ລະຫວ່າງສອງຝ່າຍ ຍັງຄົງສືບຕໍ່ໄດ້ດຳເນີນໄປເປັນປົກກະຕິ. ສ່ວນທ່ານນາງ Kang Kyung Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ ຢືນຢັນວ່າ ລັດຖະບານ ສ.ເກົາຫລີ ຈະສືບຕໍ່ມາພະຍາຍາມເພື່ອປິດລ້ອມເຂດແຜ່ລະບາດ ເຊື້ອໄວຣັດ Covid 19 ແລະ ເນັ້ນຫນັກວ່າ ຈະຫນູນຊ່ວຍດ້ານການແພດໂດຍບໍ່ເສຍຄ່າໃຫ້ແກ່ພົນລະເມືອງຫວຽດນາມຢູ່ ສ.ເກົາຫລີ ອີງຕາມມາດຖານຂອງ WHO.

 ກ່ຽວຂ້ອງເຖິງໂລກລະບາດ Covid- 19: ນັບແຕ່ເວລາ 00ໂມງ ວັນທີ 29 ກຸມພາ, ຫວຽດນາມ ປະຕິບັດການກວດສຸຂະພາບຄົນທີ່ເດີນທາງຈາກ ຫລື ໄປຜ່ານ ອີຣານ ແລະ ອີຕາລີ ຢູ່ ທຸກດ່ານຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ