ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ

(VOVWORLD) -ຕອນບ່າຍວັນທີ 01 ສິງຫາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias
(ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວັນຟຸກ ຊົມເຊີຍ ເກຼັກ ທີ່ໄດ້ມອບຈຳນວນເງິນ 50.000 ເອີໂຣໃຫ້ກອງທຶນ Olympic ຫວຽດນາມ, ພ້ອມທັງຂອບໃຈ ເກຼັກ ໄດ້ໜູນຊ່ວຍວັກຊິນກັນໂລກລະບາດໂຄວິດ-19 ຈຳນວນ 250.000 ໂດສໃຫ້ແກ່ ຫວຽດນາມ ໃນທ້າຍປີ 2021. ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໝາກຜົນການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ 2 ທ່ານ ແລະ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ເວທີປາໄສຫຼາຍຝ່າຍ ແລະ ສາກົນ; ສ້າງບາດກ້າວຫັນປ່ຽນຢ່າງແຮງໃນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການປ້ອງກັນຊາດ, ຮ່ວມມືທ້ອງຖິ່ນ, ພົວພັນແລກປ່ຽນປະຊາຊົນ...; ຊຸກຍູ້ການເຈລະຈາລົງນາມໃນສັນຍາຂົນສົ່ງທາງທະເລໃນໄລຍະຈະມາເຖິງ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ໄດ້ແຈ້ງໃຫ້ທ່ານປະທານປະເທດ ຫງວຽນຊວັນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາທີ່ບັນລຸຜົນສຳເລັດກັບທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃນນັ້ນໄດ້ເປັນເອກະພາບຢ່າງສູງຕໍ່ທັດສະນະກ່ຽວກັບການເຄົາລົບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. 2 ຝ່າຍກໍ່ແລກປ່ຽນມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດການເມືອງ - ການຕ່າງປະເທດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ວັດທະນະທຳ, ທ່ອງທ່ຽວ, ການຍົກຍ້າຍຜິດກົດໝາຍ.

        ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 01 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias.

        ທີ່ການເຈລະຈາ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍສິ້ນສຸດການເຈລະຈາ, ກ້າວໄປເຖິງການລົງນາມໃນສັນຍາຂົນສົ່ງທາງທະເລ ແລະ ສັນຍາຫຼີກລ້ຽງການເກັບພາສີຊ້ອນ; ປາດຖະໜາວ່າ ເກຼັກ ຂົນຂວາຍສະຫະພາບ ເອີລົບ ຍົກເລີກບັດເຫຼືອງສຳລັບຜະລິດຕະພັນສິນໃນນ້ຳຂອງ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ Nikolaos Dendias ຢືນຢັນການສະໜັບສະໜູນ ຫວຽດນາມ ນຳແຮງງານໄປເຮັດວຽກຢູ່ ເກຼັກ ແລະ ຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດ; ທ່ານສະແດງຄວາມປາດຖະໜາວ່າ ຈະກໍ່ສ້າງອະນຸສາວະລີປະທານ ໂຮ່ຈີມິນ ຢູ່ ເກຼັກ.

ຫວຽດນາມ ແລະ ເກຼັກ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias
(ພາບ: TTXVN)

ຕອນບ່າຍວັນທີ 01 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikolaos Dendias ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເຊັນດຽວກັນ. ທີ່ການຕ້ອງຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະໜີໃຫ້ ເກຼັກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດຂອງ ຫວຽດນາມ ສຳຜັດກັບຕະຫຼາດ ເກຼັກ; ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດ, ຮໍ່າຮຽນຢູ່ ເກຼັກ; ທ່ານປາດຖະໜາວ່າ 2 ປະເທດຈະຊຸກຍູ້ການຮ່ວມມືໃນການຂົງສົ່ງທາງທະເລ ແລະ ໃນຂົງເຂດການຄ້າ, ກະສິກຳ, ທ່ອງທ່ຽວ.

ສ່ວນທ່ານລັດຖະມົນຕີ Nikolaos Dendias ຢືນຢັນວ່າ, ຍາມໃດ ເກຼັກ  ກໍຖືຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ໃນການຮັບປະກັບຄວາມໝັ້ນຄົງ, ການເດີນເຮືອຢູ່ທະເລຢູ່ທະເລຕາເວັນອອກຢ່າງແຮງ ແລະ ບັນດາຝ່າຍເຄົາລົບຕາມບົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ