ຫວຽດນາມ ໃຫ້ຄໍາໝັ້ນສັນຍາປະຕິບັດເປົ້າໝາຍ “ບໍ່ມີໃຜຖືກປະໄວ້ຢູ່ທາງຫຼັງ” ຢູ່ ກອງປະຊຸມ ສົນທິສັນຍາ ສິດຂອງຄົນພິການ ສປຊ

(VOVWORLD) -ຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນຜັນຂະຫຍາຍສົນທິສັນຍາວ່າດ້ວຍສິດຂອງຄົນພິການຢູ່ລະດັບຊາດ, ພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ, ມຸ່ງໄປສູ່ເປົ້າໝາຍບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ. 

        ກອງປະຊຸມຄັ້ງທີ 12 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາວ່າດ້ວຍສິດຂອງຄົນພິການ (CRPD) ດ້ວຍຫົວຂໍ້ “ຮັບປະກັນການເຂົ້າຮ່ວມຂອງຄົນພິການຜ່ານການຜັນຂະຫຍາຍ ສົນທິສັນຍາວ່າດ້ວຍສິດຂອງຄົນພິການຢ່າງຄົບຖ້ວນ” ຖືກດໍາເນີນໃນລະຫວ່າງວັນທີ 11 – 13 ມິຖຸນາ ຢູ່ ນິວຢອກ ປະເທດ ອາເມລິກາ. ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ດິງຍໍຮຶງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ຢັ້ງຢືນເຖິງຄໍາໝັ້ນສັນຍາຂອງຫວຽດນາມ ແມ່ນຜັນຂະຫຍາຍສົນທິສັນຍາວ່າດ້ວຍສິດຂອງຄົນພິການຢູ່ລະດັບຊາດ, ພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ, ມຸ່ງໄປສູ່ເປົ້າໝາຍບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ທ່ານ ດິ່ງຍໍຮຶງ ແຈ້ງໃຫ້ຊາບວ່າ ຫວຽດນາມ ຫາກໍປະຕິບັດການສໍາຫຼວດທີ່ມີຂອບຂະໜາດລະດັບຊາດໃນການນໍາໃຊ້ບັນດາມາດຕະຖານສາກົນກ່ຽວກັບຄົນພິການສໍາເລັດຄັ້ງທໍາອິດສໍາເລັດ. ທ່ານ ກໍເນັ້ນໜັກວ່າ ຫວຽດນາມ ສະຫງວນບຸລິມະສິດເປັນຢ່າງສູງໃຫ້ແກ່ບັນດາການເຄື່ອນໄຫວຍົກສູງຄວາມຮັບຮູ້ ມຸ່ງໄປເຖິງບັນດາອົງການລັດຖະບານ, ຄົນພິການ ແລະ ສະມາຊິກຄອບຄົວຄົນພິການ, ກໍຄືມະຫາຊົນເວົ້າລວມ, ຜ່ານບັນດາຊຸດຝຶກອົບຮົມ, ກອງປະຊຸມສໍາມະນາ, ລາຍການໂທລະພາບ, ກະຈາຍສຽງ, ສື່ສິ່ງພິມ.


ຕອບກັບ

ຂ່າວ/ບົດ​ອື່ນ