ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ

(VOVWORLD) -ວັນທີ 19 ກັນຍາ, ກ່າວຄຳເຫັນຕໍ່ໜ້າບັນດາວິສາຫະກິດ ຫວຽດນາມ ແລະ ຍີ່ປຸ່ນ ທີ່ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແລະ ພົວພັນແລກປ່ຽນການຄ້າກັບແຂວງດົ່ງນາຍ ຢູ່ ໂຕກຽວ.

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຍີ່​ປຸ່ນ - ảnh 1 ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນກ່າວຄຳເຫັນທີກອງປະຊຸມສຳມະນາ

(ພາບ: TTXVN)

 ທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ຢັ້ງຢືນວ່າ ລັດຖະບານ ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະສ້າງເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ບັນດາວິສາຫະກິດ ຍີ່ປຸ່ນ ທີ່ມາລົງທຶນ ແລະ ດຳເນີນທຸລະກິດຢູ່ຫວຽດນາມ.

        ທ່ານ ຫວູຮົ່ງນາມ ໄດ້ຊີ້ແຈ້ງວ່າ ຢູ່ຫວຽດນາມ, ຍີ່ປຸ່ນໄດ້ຮັບຖືວ່າເປັນໜຶ່ງໃນບັນດາຄູ່ຮ່ວມມື ແລະ ນັກລົງທຶນຕ່າງປະເທດຍຸດທະສາດ ແລະ ສຳຄັນທີ່ສຸດ, ດ້ວຍບັນດາໂຄງການລົງທຶນທີ່ມີຄຸນນະພາບ ແລະ ການເຄື່ອນໄຫວທີ່ມີປະສິດທິຜົນ. ບັນດາໂຄງການລົງທຶນຂອງຍີ່ປຸ່ນບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຊຸກຍູ້ການເຕີບໂຕເສດຖະກິດຂອງ ຫວຽດນາມເທົ່ານັ້ນ ຫາກຍັງຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ສຳລັບແຂວງດົ່ງນາຍ, ທ່ານ ຫວູຮົ່ງນາມ ໄດ້ສະແດງຄວາມເຊື່ອໝັ້ນວ່າດ້ວຍ ການຜັນຂະຫຍາຍໂຄງການສະໜາມບິນສາກົນ ລອງແທັ່ງ ແລະ ຍຸດທະສາດດຶງດູດການລົງທຶນຂອງແຂວງ, ດົ່ງນາຍຈະກາຍເປັນຈຸດນັດພົບທີ່ມີຄວາມດູດດື່ມກ່ວາອີກສຳລັບບັນດານັກລົງທຶນຕ່າງປະເທດ, ເປັນຕົ້ນແມ່ນບັນດານັກລົງທຶນ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ