ຫວຽດນາມ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການປ້ອງກັນ, ຕ້ານເຊື້ອຈຸລະໂລກອັນຕະລາຍ

(VOVWORLD) - ວັນທີ 27 ມັງກອນ, ກົມການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກຖ້ຽວບິນຂອງບັນດາບໍລິສັດການບິນ ຫວຽດນາມ ແລະ ຕ່າງປະເທດທີ່ໄດ້ຮັບການອະນຸຍາດ ແລະ ບໍ່ອະນຸຍາດຂຸດຄົ້ນຖ້ຽວບິນລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ.
ຫວຽດນາມ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການປ້ອງກັນ, ຕ້ານເຊື້ອຈຸລະໂລກອັນຕະລາຍ - ảnh 1 ຫວຽດນາມ ໃຫ້ບຸລິມະສິດແຖວໜ້າໃຫ້ແກ່ການປ້ອງກັນ, ຕ້ານເຊື້ອຈຸລະໂລກອັນຕະລາຍ (ພາບ: TTXVN)

ວັນທີ 26 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະຊີ້ນຳການປ້ອງກັນ, ຕ້ານບັນດາເຊື້ອຈຸລະໂລກອັນຕະລາຍ, ສາຍພັນໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຄວນສືບຕໍ່ຖືເປັນສຳຄັນການປ້ອງກັນ, ຕ້ານເຊື້ອຈຸລະໂລກ, ລະດົມກຳລັງ, ສຸມໃສ່ຢ່າງສູງເພື່ອພົບເຫັນບັນດາກໍລະນີຖືກສົ່ງໄສຕິດເຊື້ອຈຸລະໂລກຢ່າງທັນການ ເພື່ອຂີດແບ່ງເຂດ, ແຍກຕົວອອກຢູ່ເຂດຕ່າງຫາກ, ວິໄຈວິນິດໃສຢ່າງວ່ອງໄວ ບໍ່ປະໃຫ້ເຊື້ອຈຸລະໂລກແຜ່ລະບາດອອກສູ່ປະຊາຄົມ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:

        “ບັນດາມາດຕະການຂອງ ຫວຽດນາມ ໄດ້ຍົກສູງບາດໜຶ່ງ, ສົມມຸດວ່າ ບັນດາປະເທດທີ່ມີແຂກທ່ອງທ່ຽວ ຈີນ ມາຫລາຍແຕ່ຍັງບໍ່ທັນແຈ້ງທາງການແພດເທື່ອ ແຕ່ ຫວຽດນາມ ໄດ້ດຳເນີນການແຈ້ງທາງການແພດແລ້ວ. ເລື່ອງລາຍງານເຊື້ອຈຸລະໂລກຖືກດຳເນີນເປັນປົກຫະຕິ ບໍ່ພຽງແຕ່ແມ່ນຕາມແຕ່ລະວັນເທົ່ານັ້ນ. ຫວຽດນາມ ໄດ້ຍົກສູງຈິດໃຈການຕ້ານເຊື້ອຈຸລະໂລກ, ໄລຍະຈະມາເຖິງ ຍັງສືບຕໍ່ຍົກສູງ, ຕ້ານເຊື້ອພະຍາດກ່ວາອີກ ເຖິງວ່າຕ້ອງເສຍຜົນປະໂຫຍດດ້ານເສດຖະກິດກໍ່ຕາມ.

        ມາຮອດປັດຈຸບັນ, ຢູ່ ຫວຽດນາມ ມີ 2 ກໍລະນີເປັນຊາວ ຈີນ ຖືກຕິດເຊື້ອຈຸລະໂລກສາຍພັນໃໝ່. ແຕ່ຍັງບໍ່ທັນມີຊາວ ຫວຽດນາມ ແລະ ພະນັກງານການແພດຜູ້ໃດຖືກຕິດເຊື້ອຈຸລະໂລກດັ່ງກ່າວ. ຕາມຜູ້ຕາງໜ້າອົງການອະນາໄມໂລກປະຈຳ ຫວຽດນາມ ແລ້ວ, ປັດຈຸບັນ ຍັງບໍ່ທັນມີພື້ນຖານເພື່ອຍົກອອກຂໍ້ສະເໜີແນະປິດປະຕູຊາຍແດນ ກໍ່ຄືຈຳກັດການໄປມາ, ແລກປ່ຽນການຄ້າສາກົນ, ພຽງແຕ່ແນະນຳປະຊາຊົນຈຳກັດການໄປມາຈາກເຂດທີ່ມີເຊື້ອພະຍາດ.

        ໃນຂະນະນັ້ນ, ວັນທີ 27 ມັງກອນ, ກົມການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກຖ້ຽວບິນຂອງບັນດາບໍລິສັດການບິນ ຫວຽດນາມ ແລະ ຕ່າງປະເທດທີ່ໄດ້ຮັບການອະນຸຍາດ ແລະ ບໍ່ອະນຸຍາດຂຸດຄົ້ນຖ້ຽວບິນລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ