ຫວຽດນາມ ໄດ້ມານະພະຍາຍາມປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໃນໂລກ

(VOVWORLD) -ຫວຽດນາມ ກໍປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືກັບ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ຢາກໃຫ້ເພື່ອນມິດສາກົນ

ກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2 ທີ່ຖືກດໍາເນີນຢູ່ນະຄອນຫຼວງຮ່າໂນ້ຍ, ປະເທດຫວຽດນາມ ໃນລະຫວ່າງວັນທີ 27 28 ກຸມພາ ຜ່ານມາ, ແມ່ນເຫດການການເມືອງດຶງດູດຄວາມສົນໃຈຂອງປະຊາຄົມໂລກທັງໝົດໃນອາທິດຜ່ານມາ. ນີ້ແມ່ນ ໂອກາດເພື່ອໃຫ້ ຫວຽດນາມ ສືບຕໍ່ຢັ້ງຢືນນະໂຍບາຍ “ເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ”, “ເປັນເພື່ອນກັບທຸກປະເທດ” ໃນນະໂຍບາຍພົວພັນການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຕົນ. ກອງປະຊຸມ ແມ່ນໂອກາດເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດທາງການທູດ ເປັນຕົວກາງໄກ່ເກ່ຍໃນວິວັດແຫ່ງການສ້າງແຫຼມເກົາຫຼີປອດນິວເຄຼຍໄດ້ເປັນຢ່າງດີ.

        ເລື່ອງການນໍາ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເຟັ້ນຫວຽດນາມ ເປັນສະຖານທີ່ພົບປະກັນ ໄດ້ພິສູດໃຫ້ເຫັນ ຄວາມໄວ້ເນື້ອເຊື່ອໃນຂອງປະຊາຄົມສາກົນ ທີ່ມີຕໍ່ກໍາລັງຄວາມສາມາດ ແລະບົດບາດຂອງຫວຽດນາມໃນບັນຫາຄວາມໝັ້ນຄົງ ແລະ ສັນຕິພາບຂອງພາກພື້ນ ແລະ ໃນໂລກ. ໂດຍເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຄັ້ງທີ 2, ເຖິງວ່າມີເວລາພຽງ 10 ວັນ ເພື່ອກະກຽມໃຫ້ແກ່ກອງປະຊຸມເທົ່ານັ້ນ, ແຕ່ຫວຽດນາມ ໄດ້ມານະພະຍາຍາມກະກຽມທຸກດ້ານ ຢ່າງລອບຄອບຖີ່ຖ້ວນຄື ບໍ່ວ່າຈະເປັນດ້ານພິທີການ, ພະລາທິການ, ພື້ນຖານໂຄງລ່າງ ແລະ ຄວາມສະຫງົບປອດໄພ ກໍໄດ້ຮັບປະກັນຢ່າງສິ້ນເຊີງ. ຜ່ານໂອກາດນີ້, ຫວຽດນາມ ໄດ້ສະແດງໃຫ້ເຫັນ ນະໂຍບາຍ, ຄວາມຕັດສິນໃນ ແລະ ຄວາມມຸ່ງມາດປາດຖະໜາຂອງຕົນ ແມ່ນ ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະໃນໂລກ.  ຜ່ານນີ້, ຫວຽດນາມ ກໍປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືກັບ ອາເມລິກາ ແລະ ສປປ.ເກົາຫຼີ ແລະ ຢາກໃຫ້ເພື່ອນມິດສາກົນ, ໃນນັ້ນມີຖັນແຖວສື່ມວນຊົນມີຄວາມເຂົ້າໃຈແຈ້ງກວ່າກາຽວກັບປະເທດຊາດ, ຊາວຫວຽດນາມ ແລະ ວິວັດການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ.

ໂດຍຕອບສະໜອງສະພາບແວດລ້ອມຄວາມສະຫງົບປອດໄພມີຄຸນນະພາບສູງໃຫ້ແກ່ກອງປະຊຸມ, ປະເທດເຈົ້າພາບເປັນກາງ, ສະໜິດສະໜົມ, ຮັກແພງແຂກຄົນ, ສາມັກຄີປອງດອງ ແລະ ຮັກຫອມສັນຕິພາບ.... ທັງໝົດເຫຼົ່ານັ້ນ ໄດ້ ແລະ ກໍາລັງສ້າງພາບພົດປະເທດຫວຽດນາມ ທີ່ຕັ້ງໜ້າຊຸກຍູ້ແກ້ໄຂບັນຫາປອດນິວເຄຼຍຢູ່ແຫຼມເກົາຫຼີ ໂດຍສັນຕິວິທີ.


ຕອບກັບ

ຂ່າວ/ບົດ​ອື່ນ