ຫວຽດນາມ ໄດ້ສັ່ງຊື້ວັກຊິນກັນໂຄວິດ-19 ຈຳນວນ 170 ລ້ານໂດສເພື່ອສັກໃຫ້ປະຊາຊົນ

(VOVWORLD) -ກະຊວງສາທາລະນະສຸກໄດ້ຮັບໜ້າທີ່ນຳເຂົ້າວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70% ໃນເກນອາຍຸແຕ່ 18 ປີຂຶ້ນໄປ.
ຫວຽດນາມ ໄດ້ສັ່ງຊື້ວັກຊິນກັນໂຄວິດ-19 ຈຳນວນ 170 ລ້ານໂດສເພື່ອສັກໃຫ້ປະຊາຊົນ - ảnh 1(ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານ)

ຕອນບ່າຍວັນທີ 03 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ ຢືນຢັນວ່າ, ຫວຽດນາມ ໄດ້ສັ່ງຊື້ວັກຊິນກັນໂຄວິດ-19 ຈຳນວນ 170 ລ້ານໂດສ ເພື່ອສັກໃຫ້ປະຊາຊົນ.

        ຂໍ້ມູນກ່ຽວກັບຄວາມຄືບໜ້າໃນການນຳເຂົ້າວັກຊິນຢູ່ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈືອງກວ໊ກເກື່ອງ ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກໄດ້ຮັບໜ້າທີ່ນຳເຂົ້າວັກຊິນ 150 ລ້ານໂດສ ເພື່ອສັກໃຫ້ພົນລະເມືອງ 70% ໃນເກນອາຍຸແຕ່ 18 ປີຂຶ້ນໄປ. ທ່ານ ເຈືອງກວ໊ກເກື່ອງ ເນັ້ນໜັກວ່າ: ນັບແຕ່ເດືອນ ສິງຫາ ເປັນຕົ້ນໄປ, ແຫຼ່ງວັກຊິນທີ່ ຫວຽດນາມ ສຳຜັດຈະສົ່ງມາເປັນຈຳນວນຫຼາຍ.

        “Pfizer ໃຫ້ຄຳໝັ້ນສັນຍາຈະສົ່ງວັກຊິນ 15,5 ລ້ານໂດສ ໃນໄຕມາດທີ 3 ປີ 2021 ແລະ ຈຳນວນວັກຊິນທີ່ຄ້າຍຄືກັນຈະໄດ້ຮັບໃນໄຕມາດທີ 4. AstraZeneca ແລະ Covax ກໍ່ໃຫ້ຄຳໝັ້ນສັນຍາສະໜອງວັກຊິນປະມານ 30 ລ້ານໂດສ. ຫວ່າງມໍ່ໆມານີ້, ຝ່າຍ ລັດເຊຍ ກໍ່ໃຫ້ຄຳໝັ້ນສັນຍາສະຫງວນວັກຊິນ 20 ລ້ານໂດສ ໃຫ້ແກ່ຫວຽດນາມ. ຈຳນວນວັກຊິນເຊິ່ງຫວຽດນາມ ສັ່ງຊື້ແມ່ນປະມານ 170 ລ້າຍໂດສ”.

ຕອບກັບ

ຂ່າວ/ບົດ​ອື່ນ