ຫວຽດນາມ ໜູນຊ່ວຍ ພັກ,ລັດ ແລະ ປະຊາຊົນ ລາວ ຈຳນວນເງິນ 500.000 USDເພື່ອຮັບມືກັບໂລກລະບາດໂຄວິດ 19

(VOVWORLD) -ນອກຈາກບ້ວງເງິນຫນູນຊ່ວຍ 500.00 USD, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບເຮັ່ງແບ່ງເບົາບົດຮຽນການຄວບຄຸມໂລກລະບາດໃຫ້ ລາວ, ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງເພື່ອນລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.

ຫວຽດນາມ ໜູນຊ່ວຍ ພັກ,ລັດ ແລະ ປະຊາຊົນ ລາວ ຈຳນວນເງິນ 500.000 USDເພື່ອຮັບມືກັບໂລກລະບາດໂຄວິດ 19 - ảnh 1ປະຊາຊົນລາວລໍຖ້າຈົດທະບຽນສັກວັກຊິນກັນໂຄວິດ - 19 ຢູ່ ລາວ (ພາບ: TTXVN)

ຕໍ່ຫນ້າການຜັນແປສັບສົນຂອງໂຄວິດ 19 ຢູ່ ລາວ, ວັນທີ 30 ເມສາ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິງ ໄດ້ສົ່ງສານຢື້ຢາມຖາມຂ່າວມາຍັງທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ແລະ ແຈ້ງໃຫ້ຊາບບ້ວງເງິນຫນູນຊ່ວຍດ່ວນ 500.000 USD ຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມຊ່ວຍເຫລືອ ພັກ, ລັດ ແລະ ປະຊາຊົນ ລາວເພື່ອຮັບມືກັບການແຜ່ລະບາດຮອບໃຫມ່ຂອງໂຄວິດ 19.

ໃນສານຢື້ຢາມຖາມຂ່າວ: ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕີລາຄາສູງບັນດາມາດຕະການ ປ້ອງກັນ ຕ້ານໂລກລະບາດຢ່າງຂ້ຽວຂາດ ຊື່ງລັດຖະບານ ລາວ ໄດ້ຜັນຂະຫຍາຍ ພ້ອມທັງສະແດງການແບ່ງເບົາ, ເຫັນອົກເຫັນໃຈຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຊື່ງ ລາວ ພວມປະເຊີນຫນ້າ. ນອກຈາກບ້ວງເງິນຫນູນຊ່ວຍ 500.00 USD, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຍັງຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ຮີບເຮັ່ງແບ່ງເບົາບົດຮຽນການຄວບຄຸມໂລກລະບາດໃຫ້ ລາວ, ສົ່ງຜູ້ຊ່ຽວຊານ ແລະ ອຸປະກອນການແພດຕ່າງໆ ຊື່ງເພື່ອນລາວ ພວມຕ້ອງການໃນວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ດ້ວຍຄວາມຕັດສິນໃຈ ແລະ ເປັນຈິດຫນຶ່ງໃຈດຽວໃນການປ້ອງກັນສະກັດກັ້ນໂລກລະບາດ ຂອງບັນດາອົງການກ່ຽວຂ້ອງ ແລະປະຊາຊົນທຸກຖ້ວນຫນ້າ, ປະເທດລາວ ແລະ ປະຊາຊົນລາວ ອ້າຍນ້ອງ ຈະຄວບຄຸມໂລກລະບາດໂຄວິດ 19 ໄດ້ໂດຍໄວ, ຟື້ນຟູເສດຖະກິດ ສັງຄົມ ແລະ ສືບຕໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

ຕອບກັບ

ຂ່າວ/ບົດ​ອື່ນ