(ພາບປະກອບຈາກ Ly Kha/TTXVN)
|
(vovworld) – ໃນສະບັບພິເສດຂ່ຳນັບຮັບຕ້ອນປີໃໝ່ 2015, ໜັງສືພິມ “NewEurope” (ມີສຳນັກງານຕັ້ງຢູ່ ບຣຸກແຊນ, ປະເທດແບນຊິກ) ໄດ້ລົງພິມບົດຂຽນຂອງທ່ານຮອງນາຍົກລັດຖະມົນຕີ , ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ດ້ວຍຫົວຂໍ້ “ຫວຽດນາມ 2015 - ຄູ່ຮ່ວມມືຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ ແລະ ກໍ່ສ້າງປະຊາຄົມຢູ່ອາຊີຕາເວັນອອກສ່ຽງໃຕ້”.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ປີ 2015, ຄາດວ່າ, ຫວຽດນາມ ຈະສິ້ນສຸດການເຈລະຈາສັນຍາຄູ່ຮ່ວມມືຂ້າມປາເຊຟິກ (TPP), ຍົກຍອດຈຳນວນບັນດາສັນຍາການຄ້າເສລີ (FTA) ເຊິ່ງໄດ້ຮັບການລົງນາມໃຫ້ຂຶ້ນເຖິງຕົວເລກ 12 ດ້ວຍການເຂົ້າຮ່ວມຂອງກ່ວາ 50 ປະເທດ, ໃນນັ້ນມີກ່ວາ 15 ປະເທດສະມາຊິກ G20. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ: ຫວຽດນາມແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນວິວັດການພັດທະນາລວມຂອງສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຫຼາຍຝ່າຍໃນການແກ້ໄຂການປະທະກັນໂດຍລະອຽດແມ່ນບົດບາດໃຈກາງຂອງ ອາຊຽນ ດ້ວຍບັນດາກົນໄກ, ໂຄງປະກອບຄວາມສະຫງົບໃນພາກພື້ນເພື່ອແນໃສ່ຮັກສາກົດໝາຍສາກົນ, ຮັບປະກັນຄວາມໝັ້ນຄົງ, , ສະຖຽນລະພາບເພື່ອຈຸດໝາຍພັດທະນາ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຫວຽດນາມ ເຊື່ອໝັ້ນຕໍ່ເລື່ອງບັນດາປະເທດໃຫຍ່ດ້ວຍທີ່ຕັ້ງບົດບາດສະດວກ, ກຳລັງແຮງ ແລະ ຜົນສະທ້ອນຂອງຕົນຈະແມ່ນບັນດາປະເທດທຳອິດປະຕິບັດການລະງັບໃຈເອງໃນການຂັດແຍ້ງກັນ, ບັນດາປະເທດນີ້ມີພື້ນຖານ, ວັດຖຸອຸປະກອນຢ່າງພຽງພໍເພື່ອປະກອບສ່ວນເຂົ້າໃນເລື່ອງສ້າງຄວາມໄວ້ເນື້ອເຊື່ອໃຈ, ມຸ່ງໄປເຖິງການແກ້ໄຂຄວາມຂັດແຍ້ງກັນຢູ່ພາກພື້ນໂດຍສັນຕິວິທີ. ກ່ຽວກັບການພົວພັນ ຫວຽດນາມ - ອີຢູ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຢັ້ງຢືນວ່າ: EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຮອບດ້ານ, ສຳຄັນທີ່ສຸດ, ຮ່ວມມື, ໜູນຊ່ວຍໃນຕະຫຼອດວິວັດການປະຕິຮູບຂອງ ຫວຽດນາມ. ຫວຽດນາມ ແລະ ບັນດາປະເທດ ອາຊຽນ ປາດຖະໜາຢາກໃຫ້ ເອີລົບ ເຂົ້າຮ່ວມຫຼາຍກ່ວາໃນການຊອກຫາມາດຕະການຮັບປະກັນການຮ່ວມມື, ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນທົ່ວອາຊີຕາເວັນອອກສ່ຽງໃຕ້.