ຫວຽດນາມຄັດຄ້ານຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາ

(VOVWORLD) -ວັນທີ 07 ສິງຫາ 2019, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງຈີນ ດຳເນີນການຊ້ອມຮົມດ້ານການທະຫານຢູ່ເຂດໝູ່ເກາະ ຮ່ວາງຊາ ຂອງຫວຽດນາມ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ
ຫວຽດນາມຄັດຄ້ານຈີນດຳເນີນການຊ້ອມຮົບຢູ່ເຂດໝູ່ເກາະຮ່ວາງຊາ - ảnh 1 (ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງ ເລທິທູຮັ່ງ)

ຄືໄດ້ຢັ້ງຢືນເປັນຫຼາຍຄັ້ງແລ້ວ, ຫວຽດນາມ ມີບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳຢ່າງພຽງພໍ ຢັ້ງຢືນອະທິປະໄຕຂອງຫວຽດນາມ ສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ທີ່ເໝາະສົມກັບກົດໝາຍສາກົນ. ເລື່ອງຈີນ ດຳເນີນບັນດາການຊ້ອມຮົບດ້ານການທະຫານຢູ່ໝູ່ເກາະຮ່ວາງຊາ ຂອງຫວຽດນາມ ແມ່ນລະເມີດອະທິປະໄຕຂອງຫວຽດນາມ ຢ່າງຮ້າຍແຮງສຳລັບໝູ່ເກາະແຫ່ງນີ້.

        ວັນທີ 07 ສິງຫາ 2019, ຜູ້ຕາງໜ້າກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງຈົດໝາຍທາງການຄັດຄ້ານບັນດາການກະທຳລະເມີດດັ່ງກ່າວຂອງຝ່າຍຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ