ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ

(VOVWORLD) -“ ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ” ນີ້ແມ່ນສານ ແລະ ກໍແມ່ນຫົວຂໍ້ຂອງກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019 (VBS 2019) ຊຶ່ງຖືກຈັດຂຶ້ນໃນວັນທີ 16 ຕຸລາ ຢູ່ຮ່າໂນ້ຍ ໂດຍມີຜູ້ເຂົ້າຮ່ວມກວ່າ 800 ຄົນທັງຢູ່ພາຍໃນ ແລະ ສາກົນ
     ຫວຽດນາມ-ຄູ່ຮ່ວມມືດຳເນີນທຸລະກິດທີ່ໄວ້ເນື້ອເຊື່ອໃຈໃນສັງກາດດີຈີຕອນ         - ảnh 1ກອງປະຊຸມດຳເນີນທຸລະກິດຫວຽດນາມປີ 2019

ທີ່ກອງປະຊຸມ, ທ່ານປະທານຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ວູ້ຕ້ຽນໂລກກ່າວວ່າ:

     “ ພວກຂ້າພະເຈົ້າຊົມເຊີຍ ແລະຍິນດີຕ້ອນຮັບບັນດາບໍລິສັດສາກົນຈະມາເຄື່ອນໄຫວຮ່ວມມືຢູ່ຫວຽດນາມ ໃນໂຄງການຫັນປ່ຽນດີຈີຕອນ ແລະ ລົງທຶນບັນດາໂຄງການດຳເນີນທຸລະກິດໂດຍອີງໃສ່ພື້ນຖານເສດຖະກິດດີຈີຕອນຢູ່ຫວຽດນາມ ເພື່ອຊຸກຍູ້ການເລ່ີມຕົ້ນທຸລະກິດ, ປ່ຽນແປງໃໝ່ ປະດິດຄິດສ້າງ ເພື່ອປຸກລຸກກະແສຟອງລົງທຶນ FDI ທີ່ມີຄຸນນະພາບສູງ ຢູ່ຫວຽດນາມ ”

      ທີ່ກອງປະຊຸມ, ທ່ານຮອງານຍົກລັດຖະມົນຕີ ຫວຽດນາມ ວູ້ດຶກດາມ ກ່າວວ່າ : “ ຂ້າພະເຈົ້າຫວັງວ່າ ຜ່ານເວທີປາໄສນີ້, ຈະມີບັນດາໂອກາດທີ່ດີເພື່ອຮ່ວມມືໂດຍກົງລະຫວ່າງວິສາຫະກິດກັບວິສາຫະກິດ, ລະຫວ່າງວິສາຫະກິດກັບທ້ອງຖິ່ນ ແລະ ລະຫວ່າງຂະແໜງການດ້ວຍກັນ ເພື່ອເຮັດໃຫ້ພວກເຮົາທັງໝົດມີຄວາມເຊື່ອໝັ້ນຕໍ່ອະນາຄົດພັດທະນາຂອງຫວຽດນາມ ແລະ ຂອງວິສາຫະກິດເອງ  ”

ຕອບກັບ

ຂ່າວ/ບົດ​ອື່ນ