ຫວຽດນາມຈະເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ

(VOVWORLD) -ຫວຽດນາມຈະເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ.     ນີ້ແມ່ນຄຳຢືນຢັນຂອງທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ  ເມື່ອຕອບສຳພາດນັກຂ່າວໃນຕອນບ່າຍວັນທີ 27 ມັງກອນຢູ່ນອກກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ.
ຫວຽດນາມຈະເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ - ảnh 1ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ

ຕາມທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມແລ້ວ, ຫວຽດນາມພວມປະຕິບັດແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ.

     ໃນຊຸມທົດສະວັດທີ່ຜ່ານມາ, ຫວຽດນາມໄດ້ມານະພະຍາຍາມ ເຊື່ອມໂຍງຢ່າງກ້ວາງເລິກ ຍາມໃດກໍຢາກປະກອບສ່ວນເພື່ອໃຫ້ໂລກມີຄວາມປອດໄພ ແລະ ວັດທະນາຖາວອນກ່ວາເກົ່າ ແລະ ປະຊາຊົນມີຄວາມຜາສຸກກ່ວາເກົ່າ.

      ທ່ານ ຮ່ວາງບີງກວນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກ່າວວ່າ :

    “   ໃນເອກະສານຄັ້ງນີ້, ໄດ້ເວົ້າເຖິງການເພີ່ມທະວີການພົວພັນ 2 ຝ່າຍ, ຍົກລະດັບການພົວພັນຫຼາຍຝ່າຍ ແມ່ນມີຄວາມໝາຍວ່າ ຫວຽດນາມຈະມານະພະຍາຍາມເພື່ອໃຫ້ຫວຽດນາມມີສາຍພົວພັນ 2 ຝ່າຍທີ່ແທດຈິງ ແລະ ປະສິດທິຜົນກ່ວາເກົ່າ, ໃນນັ້ນຕ້ອງເຮັດແນວໃດຕ້ອງມີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ປັບປຸງພື້ນຖານ ໄມຕີຈິດມິດຕະພາບ ແລະ ເນື້ອໃນການຮ່ວມມືທີ່ແທດຈິງ, ຮ່ວມມືເພື່ອບັນລຸໝາກຜົນສູງກ່ວາ”

ຕອບກັບ

ຂ່າວ/ບົດ​ອື່ນ