ຫວຽດນາມຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ການລົງທຶນ ຢູ່ ອິນໂດເນເຊຍ

(VOVWORLD) -ປະຊາຄົມວິສາຫະກິດສອງປະເທດໄດ້ແນະນຳ ແລະ ຊອກຮູ້ເຖິງຄວາມຕ້ອງການ ກໍ່ຄືບັນດານະໂຍບາຍໃຫ່ມກ່ຽວກັບຕະຫຼາດອິນໂດເນເຊຍ ແລະ ຫວຽດນາມ.

ຫວຽດນາມຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ການລົງທຶນ ຢູ່ ອິນໂດເນເຊຍ - ảnh 1

 ວິສາຫະກິດສອງປະເທດໄດ້ແນະນຳ ແລະ ຊອກຮູ້ເຖິງຄວາມຕ້ອງການຂອງກັນ

(ພາບປະກອບ: Vietnam+)

ວັນທີ 14 ພະຈິກ, ທີ່ ນະຄອນຫຼວງຈາກາຕາ ຂອງ ອິນໂດເນເຊຍ, ສະຖານທູດ    ຫວຽດນາມ ປະຈຳ ອິນໂດເນເຊຍ ໄດ້ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ແລະ ສະມາຄົມສະບຽງອາຫານ ແລະ ເຄື່ອງດື່ມ ອິນໂດເນເຊຍ ຈັດຕັ້ງກອງປະຊຸມສຳມະນາພົວພັນແລກປ່ຽນການຄ້າ ລະຫວ່າງ ວິສາຫະກິດຫວຽດນາມ ແລະ ອິນໂດເນເຊຍ ໂດຍແນໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ການລົງທຶນຢູ່ ອິນໂດເນເຊຍ. ເຂົ້າຮ່ວມ ມີເຈົ້າໜ້າທີກະຊວງການຄ້າອິນໂດເນເຊຍ ແລະ ມີວິສາຫະກິດຂອງສອງປະເທດ ກວ່າ 100 ແຫ່ງ ທີ່ເຄື່ອນໄຫວໃນບັນດາຂົງເຂດແຕກຕ່າງກັນຄື: ດ້ານສະບຽງອາຫານ, ເຄື່ອງດື່ມ, ເຕັກໂນໂລຊີອຸປະກອນເອເລັກໂຕນິກ, ເຄື່ອງໃຊ້ຄົວເຮືອນ, ອຸດສາຫະກຳບໍລິໂພກ…

        ກ່າວໄຂພິທີ, ທ່ານ ຟ້າມວິງກວາງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອິນໂດເນເຊຍ ຕີລາຄາສູງຫວຽດນາມ ແລະ ອິນໂດເນເຊຍ ໃນຊຸມປີຜ່ານມາວ່າ: ບັນລຸໄດ້ຜົນງານພົ້ນເດັ່ນ ໃນຂົງເຂດການຮ່ວມມືດ້ານເສດຖະກິດ ແລະ ການຄ້າ, ເນັ້ນໜັກເຖິງຄວາມສຳຄັນຂອງ ປະຊາຄົມວິສາຫະກິດສອງປະເທດ, ພິເສດແມ່ນ ບົດບາດສຳຄັນຂອງບັນດາວິສາຫະກິດ ໃນການປະຕິບັດເປົ້າໝາຍສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸໄດ້ 10 ຕື້ ໂດລາສະຫະລັດໃນປີ 2020.

        ໃນຂອບເຂດລາຍການ, ປະຊາຄົມວິສາຫະກິດສອງປະເທດໄດ້ແນະນຳ ແລະ ຊອກຮູ້ເຖິງຄວາມຕ້ອງການ ກໍ່ຄືບັນດານະໂຍບາຍໃຫ່ມກ່ຽວກັບຕະຫຼາດອິນໂດເນເຊຍ ແລະ ຫວຽດນາມ.

        ກອງປະຊຸມສຳມະນາດັ່ງກ່າວນີ້ ຖືວ່າເປັນຂີດໝາຍສຳຄັນ, ນຳມາເຊິ່ງຜົນປະໂຫຍດແທດຈິງຫຼາຍຢ່າງ ໃຫ້ແກ່ບັນດາວິສາຫະກິດຂອງທັງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ