
ພາບປະກອບ
|
(vovworld) – ວັນທີ 14/5, ທີ່ການປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ວັນທີ 13/5, ຢູ່ ວໍຊິງຕັນ ດີຊີ, ກຳມາທິການພົວພັນຕ່າງປະເທດສະພາສູງ ອາເມລິກາ ໄດ້ຈັດຕັ້ງວາລະອະພິປາຍກ່ຽວກັບບັນຫາທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລຫາຍບີ່ງ, ຊີ້ແຈ້ງວ່າ:
“ສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ແມ່ນຄວາມມຸ່ງມາດປາດຖະໜາກໍ່ຄືແມ່ນຜົນປະໂຫຍດລວມຂອງ ບັນດາປະເທດທັງຢູ່ພາຍໃນ ແລະ ນອກພາກພື້ນ. ບັນດາຝ່າຍກ່ຽວຂ້ອງຕ້ອງແກ້ໄຂຄວາມຂັດແຍ້ງກັນດ້ວຍບັນດາມາດຕະການສັນຕິພາບ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເຄົາລົບຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ, ມຸ່ງໄປເຖິງປະມວນຂໍ້ກຳນົດກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ບົນຈິດໃຈນັ້ນ, ຫວຽດນາມ ຊົມເຊີຍທຸກໆຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນນັ້ນມີ ອາເມລິກາ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ພິເສດແມ່ນການສະໜັບສະໜູນບົດບາດຂອງ ອາຊຽນ ເຄົາລົບ DOC ແລະ ບັນດາຄວາມມານະພະຍາຍາມມຸ່ງໄປເຖິງ COC.”