ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ

(VOVWORLD) -ເປັນຄັ້ງທຳອິດຫວຽດນາມ ມີກ່ຳປັ່ນຄົ້ນຄວ້າທະເລ ແລະ ເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອຢາງປລາດຕິກມະຫາສະມຸດ.
ຫວຽດນາມ-ຍີ່ປຸ່ນ ລົງນາມໃນຈົດໝາຍທາງການແລກປ່ຽນ, ອຸປະຖຳໃຫ້ແກ່ 2 ໂຄງການ - ảnh 1ຜູ້ຕາງໜ້າ 2 ປະເທດລົງນາມໃນຈົດໝາຍ
(ພາບ: tuoitre.vn)

ບັນດາເຄື່ອງອຸປະກອນດັ່ງກ່າວແມ່ນເພື່ອຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດໃນຂົງເຂດຄົ້ນຄວ້າທະເລ. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ພິທີລົງນາມໃນຈົດໝາຍທາງການແລກປ່ຽນລະຫວ່າງລັດຖະບານຫວຽດນາມ ແລະ ລັດຖະບານຍີ່ປຸ່ນ ກ່ຽວກັບການອຸປະຖຳໃຫ້ແກ່ 2 ໂຄງການແມ່ນ: “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ” ແລະ “ໜູນຊ່ວຍເຄື່ອງອຸປະກອນສຳຫຼວດກວດກາ ແລະ ໄຈ້ແຍກຂີ້ເຫຍື້ອປລາດຕິກມະຫາສະມຸດ”. ລັດຖະບານຍີ່ປຸ່ນ ໄດ້ຊ່ວຍເຫຼືອລາທັງ 2 ໂຄງການດັ່ງກ່າວ. ກ່າວຄຳເຫັນທ່ີພິທີລົງນາມ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເລຮ່ວາຍຈຸງ, ຕີລາຄາວ່າ:

        “ນີ້ແມ່ນ 2 ໂຄງການທີ່ແທດຈິງ ແລະ ອີກຄັ້ງໜຶ່ງກໍ່ເປັນສິ່ງພິສຸດໃຫ້ເຫັນການພົວພັນຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ພວກຂ້າພະເຈົ້າປາດຖະໜາວ່າ, ນີ້ພຽງແຕ່ແມ່ນເຫດການເລີ່ນຕົ້ນ, ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດທະເລໃຫ້ຫຼາຍກວ່າອີກ ເຊິ່ງແມ່ນຂົງເຂດສຳຄັນທີ່ສຸດສຳລັບຫວຽດນາມ ແລະ ສຳລັບພາກພື້ນ ກໍຄືສາກົນ”.

        ຜ່ານໂຄງການ “ມອບ-ຮັບກ່ຳປັ່ນຄົ້ນຄວ້າວິທະຍາສາດທະເລ”, ຝ່າຍ ຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະເສີມຂະຫຍາຍກຳລັງຄວາມສາມາດໃນການສຳຫຼວດກວດກາຊັບພະຍາກອນສິ່ງແວດລ້ອມທະເລໂດຍພື້ນຖານ, ປະກອບສ່ວນປະຕິບັດ “ຍຸດທະສາດພັດທະນາເສດຖະກິດທະເລຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045”.

ຕອບກັບ

ຂ່າວ/ບົດ​ອື່ນ