ຫວຽດນາມຍູ້ແຮງວຽກງານກໍ່ສ້າງກອງທັບປະຊາຊົນຫວຽດນາມ

ຫວຽດນາມຍູ້ແຮງວຽກງານກໍ່ສ້າງກອງທັບປະຊາຊົນຫວຽດນາມ - ảnh 1
(ພິທີປະດັບ​ຫຼຽນ​ໄຊ​ດາວ​ຄຳ​ຄັ້ງ​ທີ 5 ​ໃຫ້​ແກ່​ກອງທັບ​ປະຊາຊົນ​ຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ20/12, ຢູ່​ສູນ​ກອງ​ປະຊຸມ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944-22/12/2014)  ​​ແລະ 25 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ (22/12/1989-22/12/2014) ລະດັບ​ຊາດ ​ແລະ ປະດັບ​ຫຼຽນ​ໄຊ​ດາວ​ຄຳ​ຄັ້ງ​ທີ 5 ​ໃຫ້​ແກ່​ກອງທັບ​ປະຊາຊົນ​ຫວຽດນາມ. ພິທີ​ສະ​ເຫຼີ​ມສະຫຼອງ ​ໂດຍ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ປະທານ​ປະ​ເທດ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຈັດ​ຕັ້ງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຫວນ​ຄືນ​ໄລຍະ​ທາງ​ປະຫວັດສາດ​ອັນ​ສະຫງ່າ​ລາສີ 70 ປີ ​ແຫ່ງການ​ຕໍ່ສູ້, ກໍ່ສ້າງ, ​ໄຊຊະນະ ​ແລະ ​ເຕີບ​ໃຫຍ່​ຂອງ ກອງທັບ​ປະຊາຊົນ​ຫວຽດນາມ; ພ້ອມ​ທັງ​ສະຫຼຸບ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ 25 ປີ ​ແຫ່ງ​ການ​ປະຕິບັດ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ, ກໍ່ສ້າງ​ພື້ນຖານ​ປ້ອງ​ກັນ​ປະ​ເທດ​ໃນ​ໝູ່​ປະຊາຊົນ​ໄລຍະ​​ໃໝ່. ​ເຂົ້າ​ຮ່ວມ​ມີ​ການ​ນຳ, ​ອະດີດ​ການ​ນຳ ​ພັກ, ຄະນະ​ພັກ​ການ​ທະຫານ​ສູນ​ກາງ, ລັດ, ສະພາ​ແຫ່ງ​ຊາດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຜ່ານ​ໄລຍະ​ຕ່າງໆ, ນາຍ​ພົນ, ນັກ​ປະຕິວັດ​ຜູ້​ອະ​ວຸ​ໂສ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ…

ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ໄດ້​ສັງ​ລວມວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ຕະຫຼອດ 70 ປີຜ່ານມາ ​ແລະ ຢືນຢັນ​ວ່າ ກອງທັບ​ປະຊາຊົນ​ຫວຽດນາມ ​ແມ່ນ​ກອງທັບ​ແບບ​ໃໝ່ ​ໂດຍ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ປະທານ​ໂຮ່ຈີ​ມິນ​ຈັດ​ຕັ້ງ, ນຳພາ ​ແລະ ສຶກສາ​ຫຼໍ່​ຫຼອມ​, ມີຈຸດປະສົງ​ຕໍ່ສູ້​ເພື່ອ​ເອກະລາດ, ​ເສລີພາບ, ​ເພື່ອ​ລັດທິ​ສັງຄົມ​ນິຍົມ, ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ທ່ານ​ປະທານ​ປະ​ເທດ​ຊີ້​ແຈ້ງວ່າ:

ພວກ​ເຮົາ​ຍືດໝັ້ນ​ຈຸດປະສົງ​ເພື່ອ​ເອກະລາດ​ແຫ່ງ​ຊາດຕິ​ດພັນ​ກັບ​ລັດທິ​ສັງຄົມ​ນິຍົມ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ຊາດ​ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະ​ໄໝ, ກຳ​ແໜ້ນ​ໜ້າ​ທີ່​ພັດທະນາ​ເສດຖະກິດ​​ເປັນ​ຈຸດ​ສຸມ, ກໍ່ສ້າງ​ພັກ​​ເປັນ​ກຳລັງ​ຫຼັກ​ແຫຼ່ງ, ວັດທະນະທຳ​ເປັນ​ພື້ນຖານ​ດ້ານ​ຈິດ​ໃຈ​ຂອງ​ສັງຄົມ, ປັບປຸງ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແມ່ນ​ໜ້າ​ທີ່​ສຳຄັນ​ພິ​ເສດ ​ແລະ ​ເປັນ​ປະຈຳ. ສືບ​ຕໍ່​ຍູ້​ແຮງ​ການ​ກໍ່ສ້າງ​ກອງທັບ​ປະຊາຊົນ​ຫວຽດນາມ​​ໃຫ້​ກາຍ​ເປັນ​ກຳລັງປະຕິບັດ, ກຳລັງ​ຫຼວງ, ຊຳນານ, ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ“.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ກໍ່​ໄດ້​ເນັ້ນ​ໜັກ​ວ່າ, ​ໂດຍ​ແມ່ນ​ປະ​ເທດ​ທີ່​ຮັກຫອມ​ສັນຕິພາບ, ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ໄວ້​ຢ່າງ​ໝັ້ນຄົງ​ເພື່ອ​ພັດທະນາ​ເສດຖະກິດ​ສັງຄົມ. ​ເພື່ອ​ຜົນ​ປະ​ໂຫຍ​ດສູງ​ສຸດ​ຂອງ​ປະ​ເທດ​ຊາດ.

ພວກ​ເຮົາ​ປະຕິບັດ​ນະ​ໂຍບາຍ​ປ້ອງ​ກັນຊາ​ດດ້ວຍ​ລັກສະນະ​ສັນ​ຕິ​ພາບ, ປ້ອງ​ກັນ​ດ້ວຍ​ຕົນ​ເອງ, ຍືດໝັ້ນ​ແຜນ​ນະ​ໂຍບາຍ​ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ພົວພັນ​ກັບ​ສາກົນ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ ​ແລະ ການ​ຂັດ​ແຍ້​ງຜືນ​ແຜ່ນດິນ​ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ​ໂດຍ​ແມ່ນ​ປະ​ເທດ​ທີ່​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ເຈັ​ບປວດ, ​ເສຍ​ຫາຍ​ໂດຍ​ເສິກ​ຕ່າງ​ດ້າວ​ກໍ່​ຂຶ້ນ, ພວກ​ເຮົາ​​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດຂ​ອງປະ​ເທດ​ຕ່າງໆ​ບົນ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ. ​ແຕ່​ກໍ່​ຮຽກຮ້ອງ​ໃຫ້​ປະ​ເທດ​ອື່ນໆ​ຕ້ອງ​ເຄົາລົບ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຂອງ​ຫວຽດນາມ“.

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງກໍ່​ຊີ້​ແຈ້ງວ່າ, ຫວຽດນາມ​ມີ​ແຜນ​ນະ​ໂຍບາຍ ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ​ໃນ​ການ​ພົວພັນ​ກັບ​ສາກົນ, ​ແຕ່​ພ້ອມ​ແລ້ວ​ທີ່​ຈະ​ປ້ອງ​ກັນ​ຕົນ​ເອງ, ທັບ​ມ້າງ​ທຸກ​ການ​ກະທຳ​​ເກາະ​ຜິດ, ຮຸກ​ຮານ, ​ເ​ດັດ​ດຽວ​ເຮັດ​ໃຫ້​ທຸກ​ກົນອຸບາຍ​ເຄື່ອນ​ໄຫວ​ທຳລາຍ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ປະລາ​ໄຊ. ຫວຽດນາມ​ມີ​ແຜນ​ນະ​ໂຍບາຍຍູ້​ແຮງ​ວຽກ​ງານ​ການ​ຕ່າງປະ​ເທດ​ດ້ານ​ປ້ອງ​ກັນຊາ​ດຢ່າງຮອບດ້ານ ​ແລະ ຄົບ​ຊຸດ, ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ໃນ​ການ​ປ້ອງ​ກັນ​ປະ​ເທດ, ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ​ເທື່ອ​ລະ​ກ້າວ ​ເພື່ອ​ຈຸດໝາຍ​ມະນຸດສະທຳ.

​ແລກ​ກໍ່​​ໃນ​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ໄດ້​ປະດັບ​ຫຼຽນ​ໄຊດາວ​ຄຳ​ໃຫ້​ກອງທັບ​ປະຊາຊົນ​ຫວຽດນາມ ​ເພື່ອ​ຮັບ​ຮູ້​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ, ດີ​ເດັ່ນ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ​ໃນ​ພາລະກິດ​ປະຕິວັດ​ຂອງ​ພັກ ​ແລະ ລັດ.

ຂ່າວ/ບົດ​ອື່ນ