ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021

(VOVWORLD) -ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD.
ຫວຽດ​ນາມ​ດຶງ​ດູດ​ທ​ຶນ FDI ​ເປັນ​ຈຳ​ນວນ​ກ່​ວາ 2 ຕື້ USD ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2021 - ảnh 1ພາບປະກອບ

ໄລ່ຮອດທ້າຍເດືອນ ມັງກອນ ປີ 2021, ຍອດຈຳນວນທຶນຈົດທະບຽນໃໝ່, ປັບປຸງ ແລະ ປະກອບທຶນ, ຊື້ຫຸ້ນຂອງນັກລົງທຶນຕ່າງປະເທດ ບັນລຸໄດ້ກ່ວາ 2 ຕື້ USD. ເງິນລົງທຶນຈາກຕ່າງປະເທດ ເຂົ້າ 14 ຂົງເຂດ, ໃນນັ້ນຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດຄິດສ້າງພວມນຳໜ້າ ດ້ວຍຍອດເງິນລົງທຶນບັນລຸເກືອບ 1,54 ຕື້ USD. ແງ່ຫວັງໃນການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ຢູ່ຫວຽດນາມ ແມ່ນສົດໃສ ໃນສະພາບການບັນດານັກລົງທຶນຂະໜາດໃຫຍ່, ກາງ ແລະ ນ້ອຍ ຈາກປະເທດພັດທະນາພວມຄ່ອຍໆ ຫັນທິດມາລົງທຶນຢູ່ ຫວຽດນາມ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ຖືວ່າ:

ໃນໄລຍະຈະມາເຖິງ, ແຫຼ່ງເງິນລົງທຶນຈາກຕ່າງປະເທດຈະເພີ່ມເຕີມກຳລັງຄວາມສາມາດໃນການຜະລິດໃໝ່ ໃຫ້ແກ່ພື້ນຖານເສດຖະກິດ ເພື່ອປະກອບສ່ວນເຂົ້າການເຕີບໂຕເສດຖະກິດ. ທີ 2 ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕໍ່ລະບອບລະບຽບການ, ນະໂຍບາຍຂອງລັດຖະບານ. ນີ້ກໍ່ແມ່ນເວລາ ທີ່ພວກເຮົາຕ້ອງຄັດເລືອກ, ລົງທຶນເຂົ້າໃນເຕັກໂນໂລໂຢສູງທີ່ບໍ່ກໍ່ຜົນສະທ້ອນຕໍ່ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ