ຫວຽດນາມຕັ້ງໜ້າເຂົ້າຮ່ວມຊຸກຍູ້ການພັດທະນາທົ່ວໂລກ

(VOVWORLD) -ໃນລະຫວ່າງວັນທີ 22 – 23 ພະຈິກ, ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດກຸ່ມ 20 ພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ຢູ່ນະຄອນ Nagoya, ປະເທດ ຍີ່ປຸ່ນ. ກອງປະຊຸມໄດ້ປຶກສາຫາລືບັນດາເນື້ອໃນຈຸດສຸມຂອງໂຄງການດໍາເນີນງານຂອງ G20 ໃນປີ 2019.
ຫວຽດນາມຕັ້ງໜ້າເຂົ້າຮ່ວມຊຸກຍູ້ການພັດທະນາທົ່ວໂລກ - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ 

        ກ່າວຄໍາເຫັນທີ່ 2 ວາລະປະຊຸມກ່ຽວກັບການບໍລິຫານທົ່ວໂລກ, ການຄ້າ ແລະ ພັດທະນາແບບຍືນຍົງ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີບັນດາປະເທດຊຸກຍູ້ການປະຕິຮູບການບໍລິຫານທົ່ວໂລກ, ກ່ອນອື່ນໝົດແມ່ນບັນດາກົນໄກຫຼາຍຝ່າຍ ເພື່ອແກ້ໄຂບັນດາບັນຫາທົ່ວໂລກຢ່າງມີປະສິດທິຜົນ. ທ່ານຫວັງວ່າ G20  ພ້ອມກັບບັນດາກົນໄກຫຼາຍຝ່າຍຄວນສືບຕໍ່ຖືລັດທິຫຼາຍຝ່າຍເປັນສໍາຄັນ, ນໍາໜ້າໃນການປະຕິບັດບັນດາຄໍາໝັ້ນສັນຍາສາກົນຢ່າງຄົບຖ້ວນ, ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຊຸກຍູ້ການສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກ ໂດຍອີງໃສ່ກົດໝາຍ, ຄວາມຍຸຕິທໍາ, ສະເໝີພາບ ແລະ ໝັ້ນຄົງ. ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ໃນຖານະຕໍາແໜ່ງເປັນປະທານອາຊຽນໃນປີ 2020 ແລະ ກໍາມະການບໍ່ປະຈໍາສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2020 – 2021, ຫວຽດນາມ ຈະພ້ອມກັບປະຊາຄົມສາກົນ ເພີ່ມທະວີການສົມທົບ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາກົນໄກທົ່ວໂລກ ແລະ ບັນດາອົງການຈັດຕັ້ງຂອງພາກພື້ນ ເພື່ອປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ປັບປຸງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.

        ກ່າວຄໍາເຫັນທີ່ວາລະປະຊຸມກ່ຽວກັບການພັດທະນາແບບຍືນຍົງ, ທ່ານບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ປະຕິບັດໂຄງການດໍາເນີນງານຮອດປີ 2030 ແລະ ຂໍ້ຕົກລົງປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຢ່າງຄົບຖ້ວນ; ສະເໜີບັນດາປະເທດ G20 ນໍາໜ້າໃນການປະຕິບັດຄໍາໝັ້ນສັນຍາ, ຊ່ວຍໜູນບັນດາປະເທດພວມພັດທະນາປະຕິບັດໂຄງການດໍາເນີນງານຮອດປີ 2030 ຢ່າງແທດຈິງ; ຊຸກຍູ້ການສ້າງເຄືອຂ່າຍເຊື່ອມຕໍ່ບັນດາສູນກາງປ່ຽນແປງໃໝ່ປະດິດຄິດສ້າງທົ່ວໂລກ ເພື່ອໃຫ້ບັນດາປະເທດພວມພັດທະນາຍາດແຍ່ງກາລະໂອກາດຈາກການປ່ຽນແປງໃໝ່ປະດິດຄິດສ້າງ.

        ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ພົບປະ, ແລກປ່ຽນກັບລັດຖະມົນຕີການຕ່າງປະເທດ ແລະ ຫົວໜ້າຄະນະຜູ້ແທນຂອງບັນດາປະເທດ ເຊິ່ງລວມມີ ຍີ່ປຸ່ນ, ອາເມລິກາ, ຈີນ, ອັງກິດ, ການາດາ, ຝລັ່ງ, ອົດສະຕາລີ, ຈີເລ...

ບຸ່ຍຫຸ່ງ - ນັກຂ່າວ VOV ປະຈໍາ ຍີ່ປຸ່ນ


 

ຕອບກັບ

ຂ່າວ/ບົດ​ອື່ນ