ຫວຽດນາມບໍ່ທັນມີກໍລະນີໃດຖືກຕິດພະຍາດຍ້ອນໄວຣັດZika

ພາບປະກອບ:internet
|
(vovworld)- ນັ້ນແມ່ນຄຳຢືນຢັນຂອງກົມການແພດປ້ອງກັນ. ວັນທີ 27/1, ກົມການແພດປ້ອງກັນໃຫ້ຮູ້ວ່າ: ຕາມແຈ້ງການຂອງອົງການອະນາໄມໂລກ WHO ພາກພື້ນ ທະວີບ ອາເມລິກາ, ໄວຣັດ Zika (ແມ່ນໄວຣັດຈາກຍຸງ) ພວມແຜ່ລາມຢ່າງວ່ອງໄວ ພິເສດຢູ່ພາກພື້ນ ທະວີບອາເມລິກາ. ນັບແຕ່ເມື່ອໄດ້ພົບເຫັນກໍລະນີທຳອິດຢູ່ ບຣາຊີນ ຖືກຕິດໄວຣັດດັ່ງກ່າວໃນເດືອນ 5/2015, ມາຮອດວັນທີ 23/1/2016 ໄວຣັດນີ້ໄດ້ແຜ່ລາມອອກສູ່ເຖິງ 21 ປະເທດ ແລະ ເຂດແຄ້ວນໃນພາກພື້ນທະວີບ ອາເມລິກາ. ເພື່ອປ້ອງກັນ ແລະ ຕ້ານພະຍາດຍ້ອນໄວຣັດ Zika ແຊກຊືມເຂົ້າ ແລະ ແຜ່ລາມຢູ່ ຫວຽດນາມ, ກະຊວງສາທາລະນະສຸກ ເຕືອນວ່າ ຜູ້ເຂົ້າເມືອງທີ່ມາຈາກບັນດາປະເທດມີໄວຣັດດັ່ງກ່າວ ຕ້ອງເປັນເຈົ້າການໃນການຕິດຕາມສຸຂະພາບໃນຮອບເວລາ 14 ວັນ, ຖ້າມີອາການເປັນໄຂ້ ຕ້ອງມາຮາກຖານການແພດເພື່ອກວດ ແລະ ປິ່ນປົວ. ນອກນັ້ນ ປະຊາຊົນ ປະຕິບັດບັນດາມາດຕະການຂ້າຍຸງ.