ຫວຽດນາມປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ

(VOVWORLD) -ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ.

ຫວຽດນາມປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ - ảnh 1ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ

(ພາບ: laodong.vn)

ຕອນເຊົ້າວັນທີ 04 ເມສາ, ຕາມແຈ້ງການຂອງອະນຸກຳມະການປິ່ນປົວ-ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ, ຫວຽດນາມໄດ້ປິ່ນປົວຜູ້ຕິດໂລກລະບາດໂຄວິດ-19 ຫາຍດີຕື່ມອີກ 5 ຄົນ. ຕາມນັ້ນແລ້ວ 4 ຄົນແມ່ນປິ່ນປົວຢູ່ໂຮງໝໍປິ່ນປົວລະບົບຫາຍໃຈກະທັນຫັນກູຈີ, ນະຄອນໂຮ່ຈີມິນ, ອີກຄົນໜຶ່ງແມ່ນຢູ່ໂຮງໝໍດ່ານັ້ງ. ໃນຈຳນວນຄົນເຈັບເຫຼົ່ານັ້ນ ມີຊາວຫວຽດນາມ 3 ຄົນ, ຊາວອາເມລິກາ 2 ຄົນ. ມາຮອດປະຈຸບັນ, ຫວຽດນາມສາມາດປິ່ນປົວໃຫ້ຜູ້ຕິດໂລກລະບາດໂຄວິດ- 19 ຫາຍດີລວມທັງໝົດແມ່ນ 90 ຄົນແລ້ວ.

ໃນຂະນະນັ້ນ, ຕອນເຊົ້າວັນທີ 04 ເມສາ, ກະຊວງສາທາລະນະສຸກຫວຽດນາມໄດ້ປະກາດວ່າມີ 2 ກໍລະນີຕິດໂລກລະບາດໂຄວິດ-19 ຕື່ມອີກ, ຍົກຍອດຈຳນວນຜູ້ຕິດໂລກລະບາດຢູ່ຫວຽດນາມຂຶ້ນເປັນ 239 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ