ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃຫ້ກອງປະຊຸມCLMVແລະACMECS ປະສົບຜົນສຳເລັດ

ຫວຽດນາມປະກອບສ່ວນຢ່າງຕັ້ງໜ້າໃຫ້ກອງປະຊຸມCLMVແລະACMECS ປະສົບຜົນສຳເລັດ - ảnh 1
ບັນດາຄວາມເຫັນ, ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ
ຫງວຽນເຕິນຢຸງ ທີ່ກອງປະຊຸມ CLMV ​ແລະ ACMECS
(ພາບ:VGP/Nhật Bắc)


(vovworld) –  ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ໃນ​ວິວັດ​ການ​ກະກຽມ ​ແລະ ສົມທົບ​ກັບ​ປະ​ເທດ​ເຈົ້າພາບ ມຽນມາ ສ້າງ​ບັນດາ​ເອກະສານ​ໃຫ້​ບັນດາ​ກອງ​ປະຊຸມ​ສຸດ​ຍອດ​ຮ່ວມ​ມື ກຳປູ​ເຈຍ-​ລາວ​-ມຽນມາ-​ຫວຽດນາມ (CLMV) ຄັ້ງ​ທີ 7 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ຍຸດ​ທະ​ສາດ​​ຮ່ວມ​ມື​ດ້ານເສດຖະກິດ ​ເອຢາ​ວາ​ດີ-​ເຈົ້າ​ພະຍາ-​ແມ່​ຂອງ (ACMECS) ຄັ້ງ​ທີ 6, ​ເຊິ​່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 22-23/6. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ ກ່ຽວ​ກັບ​ຜົນງານ​ຂອງ 2 ກອງ​ປະຊຸມ​ຄັ້ງ​ນີ້ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ​ນຢຸ້ງ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ່ຍ​ແທງ​ເຊີນ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ສະ​ເໜີ​ສຳຄັນ ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຮ່ວມ​ມື, ​ເປີດ​ກ້ວາງ​​ເຂດ​​ພັດທະນາ​ເສດຖະກິດ, ຍົກ​ສູງ​ກຳລັງ​ຄວາມສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ປະ​ເທດສະມາຊິກ ​ແລະ ​ໄດ້​ຮັບ​ການ​ຕີ​ລາ​ສູງ​ຈາກບັນດາກອງ​ປະຊຸມ​ດັ່ງກ່າວ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸ້ງ ກໍ​ແຈ້ງ​ບັນດາ​ແຜນການ​ຂອງ ຫວຽດນາມ ​ໃນ​ການ​ສົມທົບ​ກັບ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ​ເພື່ອຈັດ​ຕັ້ງ​ເວທີ​ປາ​ໄສ​​ໂອ້​ລົມ​ສົນທະນາ​ດຳ​ເນີນ​ທຸລະ​ກິດຂັ້ນ​ສູງ ກ່ຽວ​ກັບ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ CLMV ​ແລະ ACMECS ປີ 2016.

            ທີ່​ບັນດາ​ກອງ​ປະຊຸມ, ການ​ນຳ​ຂອງ​ບັນດາ​ປະ​ເທດ ກຳປູ​ເຈຍ, ລາວ, ມຽນມາ ​ໄທ ​ແລະ ຫວຽດນາມ ​​ໄດ້ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ່ງ​ແຍ້​ງຂອງ​ບັນດາ​ພື້ນຖານ​ເສດຖະກິດ, ຊ່ວຍ​ບັນດາ​ປະ​ເທດ​ສະມາຊິກ​ເຂົ້າ​ຮ່ວມ​ການ​ຜະລິດ​ໃນ​ພາກ​ພື້ນ ​ແລະ ​ທົ່ວ​ໂລກ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ; ຍາດ​ແຍ່ງ​ກາລະ​​ໂອກາດ​ພັດທະນາ​ໃໝ່ ​ເຊິ່ງປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ແລະ ບັນດາ​ສັນຍາ​ການ​ຄ້າ​ເສລີ​ນຳ​ມາ​ໃຫ້, ບົນ​ພື້ນຖານ​ນີ້​ຮັດ​ແຄບ​ຊ່ອງ​ວ່າງການພັດທະນາ​ໃນ ອາ​ຊຽນ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບຸ່ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ສຸດ​ຍອດ CLMV 7 ​ແລະ ກອງ​ປະຊຸມ​ສຸດ​ຍອດ ACMECS 6 ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ຂັ້ນ​ສູງ​ບັນດາ​ປະ​ເທດ​ຢືນຢັນ​ຄວາ​ມຕັດສິນ​ໃຈດ້ານ​ການ​ເມືອງ​ໃນ​ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ, ປັບປຸງ ​ແລະ ພັດທະນາ​ຄວາມ​ສາມັກ​ຄີ, ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກ່ວາ​ອີກ.  ບັນດາ​ກອງ​ປະຊຸມ​ໄດ້​ຕີ​ລາສູງ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ: ຈະ​ທະວີຄູນ​ຮູບ​ແບບ “ປະຕູ​ໜຶ່ງ, ຈຸດ​ນັດ​ພົບ​ດຽວ” ​ເຊິ່ງ​ໄດ້​​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ ລະຫວ່າງ ຫວຽດນາມ ​ແລະ ລາວ. ຜົນສຳ​ເລັດ​ຂອງຮູບ​​ແບບ​ນີ້​ຈະ​ປະກອບສ່ວນ​ຍູ້​ແຮງການ​ແລກ​ປ່ຽນ​ດ້ານ​ການ​ຄ້າ, ການບໍລິການລະຫວ່າງ ຫວຽດນາມ ກັບ​​ປະ​ເທດຕ່າງໆ. ​ ​ຂົງ​ເຂດ​ກະສິກຳ,​​ ​ເຊິ່ງແມ່ນ​ໜຶ່ງ​ໃນ​ບັນດາ​ທ່າ​ແຮງ​ຂອງ ຫວຽດນາມ, ກໍ່ໄດ້​ຮັບ​ການ​ສົນ​ໃຈ​ທີ່​ສຸດຈາກ​ບັນດາ​ປະ​ເທດ​ສະມາຊິກ CLMV ​ແລະ ACMECS ​ໃນ​​​ທິດ​ທາງພັດທະນາ​ບັນດາການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ​ກັບ ຫວຽ​ດນາມ. ບົດບາດ​ໜ້າ​ທີ່​ຂອງ ຫວຽດນາມ ​ໃນ​ການ​ໜູນ​ຊ່ວຍ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ກໍ​ໄດ້​ຖື​ເປັນ​ສຳຄັນ ​ແລະ ຕີ​ລາ​ສູງ, ສ້າງ​ປະຖົມ​ປັດ​​ໄຈ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ດ້ານການສຶກສາ ​ແລະ ບຳລຸງ​ສ້າງ ລະຫວ່າງ ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງກ່ວາ​ອີກ.

ຂ່າວ/ບົດ​ອື່ນ