ຫວຽດນາມປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຊຸກຍູ້ການເຊື່ອມໂຍງໃນອາຊຽນ

ຫວຽດນາມປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການຊຸກຍູ້ການເຊື່ອມໂຍງໃນອາຊຽນ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ
ກ່າວ​ຄຳ​ເຫັນ​ໄຂ​ກອງ​ປ​ະ​ຊຸມ
(ພາບ: tgvn)


(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “ຍົກ​ສູງ​ສະ​ມັດ​ຕະ​ພາບ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ກວ​ມ​ລວ​ມ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​”, ເວ​ທີ​ປາ​ໄສ​ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD) ກ່ຽວ​ກັບ​ເຂດອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 3 ຖືກ​ໄຂ​ຂຶ້ນ​​ໃນ​ຕອນ​ເຊົ້າ​ວັນ​ທີ 14/06, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປ​ະ​ຊຸມ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ບຸຍ​ແທງ​ເຊີນ ເນັ້ນ​ໜັກ​ວ່າ, ຍາ​ມ​ໃດຫວຽດ​ນາມ ​ກໍ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິ​ດ​ຊອບ​ເຂົ້າ​ໃນ​ກາ​ນ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ແລະ ຮັດ​ແຄບ​​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ໃນ​ອາ​ຊຽນ ດ້ວຍ​ຄວາມ​ປາດ​ຖະ​ໜາ​ວ່າ, ອາ​ຊຽນ ຈະ​ກ້າວ​ໄ​ປ​ເຖິງ​ປະ​ຊາ​ຄົມ​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ກົມ​ກຽວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ບຸຍ​ແທງ​ເຊີນ ຖື​ວ່າ, ບັນ​ດາ​ປະ​ເທດ​ອາ​ຊຽນ ຄວນ​ເອົາ​ໃຈ​ໃສ່​ສ້າງວຽກ​ເຮັດ​ງານ​ທຳ​ບັນ​ລຸ​ສະ​ມັດ​ຕະ​ພາບ​ສູງ, ກະ​ກຽມລະ​ບອບ​ລະ​ໂຍ​ບາຍ, ພື້​ນ​ຖານ​ໂຄງ​ລ່າງ​ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດໃຫ້​ເປັນ​ຢ່າງດີ ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ ແລະ ຜົນ​ປະ​ໂຫຍດ​ຈາກ​ບັນ​ດາ​ພັນ​ທະ​ມິດ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ.

        ສ່ວນ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ OECD Douglas Frantz ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ຫວຽດນາມ ໄດ້​ເປັນ​ເຈົ້າ​ພາບ​ຈ​ັດ​ຕັ້ງ OECD ແລະ ຖື​ວ່າ, ນີ້​ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລ​ະ​ຫວ່າງ​ອາ​ຊຽນ ແລະ OECD.

ຂ່າວ/ບົດ​ອື່ນ