ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ El Salvador

(VOVWORLD) -ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງປະທານາທິບໍດີທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ El Salvador ທ່ານ Nayib Armando Bukele Ortez, ເຊິ່ງດຳເນີນໃນວັນທີ 1 ມິຖຸນາ

ຫວຽດນາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບ El Salvador - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ສະແດງຄວາມປາດຖະໜາວ່າ

ການພົວພັນລະຫວ່າງ 2 ປະເທດຫວຽດນາມ ແລະ El Salvador ຈະສືບຕໍ່ໄດ້ຮັບການຍູ້ແຮງ 

(ພາບ: TTXVN)

ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ, ທັງຮັບຜິດຊອບ El Salvador, ຫງວຽນຮ່ວາຍເຢືອງ ສະແດງຄວາມປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ ແລະ El Salvador ຈະສືບຕໍ່ໄດ້ຮັບການຍູ້ແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ, ທູດພິເສດຂອງປະທານປະເທດຫວຽດນາມ, ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເຖິງທ່ານປະທານາທິບໍດີ Nayib Armando Bukele Ortez.

        ໂດຍຜ່ານທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ, ທ່ານປະທານາທິບໍດີ Nayib Armando Bukele Ortez ໄດ້ສົ່ງຄຳຂອບໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ພ້ອມທັງເຫັນດີເປັນເອກະພາບຄວນປັບປຸງ ແລະ ນຳການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງໃນທຸກຂົງເຂດໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ