ຫວຽດ​ນາມ​ຝືກ​ແອບ​ຄັ້ງ​ສຸດ​ທ້າຍ​ ໃຫ້​ແກ່​ກຳ​ລ​ັງ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ຢູ່​ຊູ​ດັງ​ໃຕ້

(VOVWORLD) -ວັນທີ 23 ທັນວາ, ຢູ່ນະຄອນ ໂຮ່ຈີມິນ, ໂຮງໝໍເສນາຮັກ 175 ໄດ້ຈັດພິທີເປີດການຝຶກແອບ ສັງລວມໃຫ້ແກ່ພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.
ຫວຽດ​ນາມ​ຝືກ​ແອບ​ຄັ້ງ​ສຸດ​ທ້າຍ​ ໃຫ້​ແກ່​ກຳ​ລ​ັງ​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ຢູ່​ຊູ​ດັງ​ໃຕ້ - ảnh 1ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ພ້ອມແລ້ວທີ່ຈະອອກເດີນທາງໄປປະຕິບັດໜ້າທີ່ (ພາບ: sggp.org.vn)

ບັ້ນຝຶກແອບຄັ້ງນີ້ແມ່ນບາດກ້າວກະກຽມສຳຄັນທຸກດ້ານ, ລວມມີກຳລັງຄວາມສາມາດການເຄື່ອນໄຫວ, ບັນຊາ, ຄຸ້ມຄອງ, ຂັ້ນຕອນວິຊາສະເພາະໃຫ້ແຫ່ໂຮງໝໍກາງສະໜາມຂັ້ນ 2 ເລກ 3  ກ່ອນທີ່ຈະອອກເດີນທາງໄປເຂົ້າຮ່ວມກຳລັງຮັກສາສັນຕິພາບສາກົນຢູ່ ຊູດັງໃຕ້. ໃນຄັ້ງນີ້, ພະນັກງານ, ນັກຮົບຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 3 ໄດ້ຮ່ຳຮຽນດ້ານທັກສະທີ່ຈຳເປັນຕື່ມອີກເພື່ອໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້.

        ນີ້ແມ່ນການຝຶກແອບຄັ້ງສຸດທ້າຍກ່ອນທີ່ ພະນັກງານ 63 ຄົນຂອງ ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຈະອອກເດີນທາງໄປປະຕິບັດໜ້າທີ່ໃນໄຕມາດທີ I ຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ