ຫວຽດນາມມີທີ່ຕັ້ງພິເສດ,ແມ່ນປັດໄຈສຳຄັນປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊຽນ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານເຮັດວຽກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ມີການພົບປະກັບການນຳຫຼາຍປະເທດ.
ຫວຽດນາມມີທີ່ຕັ້ງພິເສດ,ແມ່ນປັດໄຈສຳຄັນປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນອາຊຽນ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ພົບະກັບທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres)

ໂດຍສືບຕໍ່ບັນດາການເຄື່ອນໄຫວເນື່ອງໃນໂອກາດເປັນປະທານວາລະປະຊຸມເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນວັນທີ 09 – 10 ມັງກອນ 2020, ຢູ່ສຳນັກງານສະຫະປະຊາຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານເຮັດວຽກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ມີການພົບປະກັບການນຳຫຼາຍປະເທດ.

          ທີ່ການເຮັດວຽກລະຫວ່າງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຢືນຢັນເຖິງເລື່ອງຮັກສາຊ່ອງທາງການແລກປ່ຽນ, ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຄະນະເລຂາ ເຊິ່ງໄດ້ຊ່ວຍໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດອັບເດັດຂໍ້ມູນຂ່າວໄດ້ຢ່າງທັນການ, ຮອບດ້ານ, ຈາກນັ້ນວາງອອກບັນດາມາດຕະການເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ, ສະກັດກັ້ນການເກີດການປະທະກັນ… ຢ່າງມີປະສິດທິຜົນ.

          ສ່ວນທ່ານເລຂາທິການໃຫຍ່ Antonio Guterres ຖືວ່າ, ຫວຽດນາມ ມີທີ່ຕັ້ງພິເສດ, ແມ່ນປັດໄຈສຳຄັນປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນອາຊຽນ; ຢືນຢັນເຖິງການສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ສະຫະປະຊາຊາດ ແລະ ທ່ານເລຂາທິການໃຫຍ່ ສືບຕໍ່ເອົາໃຈໃສ່ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໜູນຊ່ວຍການຊຸກຍູ້ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ.

          ທີ່ການພົບປະກັບທ່ານ Achim Steiner, ຜູ້ອຳນວຍການໃຫຍ່ UNDP, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ UNDP ໃຫ້ຄຳປຶກສາດ້ານຍຸດທະສາດ, ໂດຍສະເພາະແມ່ນການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໜູນຊ່ວຍການນຳໃຊ້ ແລະ ຄຸ້ມຄອງແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ…

          ທີ່ການພົບປະກັບທ່ານ Phumzile Mlambo Ngcuka, ຜູ້ອຳນວຍການໃຫຍ່ບໍລິຫານ UN- Women, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ UN- Women ສືບຕໍ່ສົມທົບ, ໜູນຊ່ວຍຫວຽດນາມ ຊຸກຍູ້ຫົວຂໍ້ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງໃນຂອບເຂດສະຫະປະຊາຊາດ, ກໍ່ຄືໜູນຊ່ວຍຫວຽດນາມ ໃນຄວາມມານະພະຍາຍາມຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ເພີ່ມສິດອຳນາດໃຫ້ແກ່ແມ່ຍິງໃນໄລຍະຈະມາເຖິງ.

          ທີ່ການພົບປະກັບທ່ານ Dionisio Babo Soares, ລັດຖະມົນຕີການຕ່າງປະເທດ Timor Leste, ທ່ານ Soares ສະແດງຄວາມປາດຖະໜາຢາກເຂົ້າເປັນສະມາຊິກອາຊຽນ ແລະ ເພີ່ມທະວີການຮ່ວມມື 2 ຝ່າຍກັບຫວຽດນາມ. ທ່ານໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະໜູນຊ່ວຍການເຄື່ອນໄຫວຂອງບັນດາວິສາຫະກິດຫວຽດນາມ ຢູ່ Timor Leste…

ຕອບກັບ

ຂ່າວ/ບົດ​ອື່ນ