ຫວຽດນາມມີອັດຕາສ່ວນແມ່ຍິງມີວຽກເຮັດງານທຳສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ຫວຽດນາມເປັນປະເທດທີ່ມີອັດຕາສ່ວນແມ່ຍິງມີວຽກເຮັດງານທຳທີ່ໝັ້ນຄົງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະດັບ 48,5% ໃນໄລຍະປີ 2009-2016. 
ຫວຽດນາມມີອັດຕາສ່ວນແມ່ຍິງມີວຽກເຮັດງານທຳສູງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: TTXVN) 

ວັນທີ 11 ກັນຍາ, ທະນາຄານພັດທະນາອາຊີ (ADB) ແລະອົງການຮ່ວມມືແລະພັດທະນາເສດຖະກິດ (OECD) ໄດ້ປະກາດບົດລາຍງານຮ່ວມ ແລະໃຫ້ຮູ້ວ່າ: ຫວຽດນາມເປັນປະເທດທີ່ມີອັດຕາສ່ວນແມ່ຍິງມີວຽກເຮັດງານທຳທີ່ໝັ້ນຄົງທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍລະດັບ 48,5% ໃນໄລຍະປີ 2009-2016. ກໍ່ຄືໃນໄລຍະປັດຈຸບັນນີ້, ວຽກເຮັດງານທຳໃນຂົງເຂດພາກລັດທີ່ເປັນເພດຍິງຢູ່ຫວຽດນາມໄດ້ເພີ່ມແຕ່ 46% ຂຶ້ນເປັນ 48,1% ເຊິ່ງສູງກວ່າລະດັບສະເລ່ຍຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນ 46,9%.

        ບົດລາຍງານດັ່ງກ່າວກໍ່ຍົກອອກຂໍ້ສັງເກດກ່ຽວກັບລັດຖະບານບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ທີ່ພວມເພີມທະວີໂຄງປະກອບການຄຸ້ມຄອງລັດແລະກຳລັງຄວາມສາມາດຂອງລະບອບລະບຽບການເພື່ອສະໜອງການບໍລິການທີ່ດີກວ່າໃຫ້ແກ່ປະຊາຊົນ. ເລື່ອງທີ່ມີຜູ້ຕາງໜ້າເທົ່າທຽມກັນຢູ່ຂົງເຂດພາກລັດຈະປະກອບສ່ວນໃນແກ່ບັນດານະໂຍບາຍແລະເປົ້າໝາຍໃຫ້ມີຄວາມສະເໝີພາບກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ