ຫວຽດນາມມານະພະຍາຍາມຮັບປະກັນສິດພັດທະນາໃຫ້ທຸກຄົນ

ຫວຽດນາມມານະພະຍາຍາມຮັບປະກັນສິດພັດທະນາໃຫ້ທຸກຄົນ - ảnh 1
(ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ
ກ່າວ​ຄຳ​ເຫັນ​​ທີ່ກອ​ງ​ປະ​ຊຸມ)

(vovworld) - ວັນ​ທີ 22/09, ຢູ່ນອກກອງ​ປະ​ຊຸມ​ຂອງ​ສະ​ມັດ​ຊ​າ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 71, ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ ​ໄດ​້ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສ​ູງເນື​່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງວັນ​ສະ​ຫະ​ປະ​ຊາ​ຊ​າດ​ຮັບ​ຮອງ​ເອົາ​ຖະ​ແຫຼງ​​ສິດນພັດ​ທະ​ນາ​ໂດຍ​ປະ​ທານ​​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊ​າດ​ເປັນ​ປະ​ທານ.

        ​ກ່າວ​ຄຳ​ເຫັນ​​ທີ່ກອ​ງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ຊີ້​ແຈ້ງ​ສິດ​ເຂົ້າ​ຮ່ວມ​ວິ​ວັດ​​ທະ​ນາ​ການ​ພັດ​ທະ​ນາ ແລະ ໄດ້​ຊົມ​ໃຊ້​ບັນ​ດາ​ໝາກ​ຜົນ​ຂອງ​ກາ​ນ​ພັດ​ທະ​ນາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ​, ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ລວມ​ຂອງ​ປະ​ຊາ​ຊົນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິງ​ມິງ ກ​ໍ​ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມສູງ​ສຸດ ເພື່ອ​ຮັບ​ປະ​ກັນ​ສິດ​ພັດ​ທະ​ນາ​ໃຫ້​ແກ່​ປະ​ຊາ​ຊົນ​ທຸກ​ຄົນ, ຍາມ​ໃດ​ກໍ່​ຖື​ມະ​ນຸ​ດ​ເປັນ​ໃຈ​ກາງ​ຂອງວິ​ວັດ​ການ​ພັດ​ທະ​ນາ; ປະສານ​ສົມ​ທົບ​ສິດ​ພັດ​ທະ​ນາເຂົ້າ​ໃນ​ທຸກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ - ລາຍ​ການ​ກ່ຽວ​ຂ້ອງ​ເຖິງ 3 ເສົ້າ​ຄ້ຳ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແມ່ນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ, ຄວາມ​ຍຸ​ຕິ​ທ​ຳ​ໃນ​ສັງ​ຄົມ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນວ່າ ​ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ກາ​ນ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ເຂັ້ມ​ງວດ, ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ປະ​ເທດ ເພື່ອ​ແນ​ໃສ່​ຊຸ​ກ​ຍູ້​ສິດພັດ​ທະ​ນາ​ຂອງ​ທຸກ​ປະ​ເທດ ແລະ ປະ​ຊາ​ຊົນ​ທຸກ​ຄົນ, ຮັບ​ປະ​ກັນ​ບໍ່​ປະ​ໃຫ້​ຜູ້​ໃດ​ຕົກ​ຢູ່​ເບື້ອງ​ຫຼັງ.

ຂ່າວ/ບົດ​ອື່ນ