ຫວຽດນາມຢັ້ງຢືນຜູ້ຕິດເຊື້ອໂຄວິດ-19 ຈຳ​ນວນ 24.737 ຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ໃນ24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 14.599 ຄົນ, ໃນນັ້ນ ມີ 4 ກໍລະນີມາຈາກຕ່າງປະເທດ. 
ຫວຽດນາມຢັ້ງຢືນຜູ້ຕິດເຊື້ອໂຄວິດ-19 ຈຳ​ນວນ 24.737 ຄົນໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

     ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 1.352.122 ຄົນ.    ວັນທີ 8 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 24.737 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.036.393   ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 230 ຄົນ,  ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ຖືກເສຍຊີວິດຂຶ້ນເປັນ 26.930 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ