ຫວຽດ​ນາມ​ຢັ້ງ​ຢືນ​ມີ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ ໄວ​ຣັດ SARS-CoV-2 ຕື່ມ​ອີກ

(VOVWORLD) - ໄລ່ຮອດເລລາ 6 ໂມງ ຂອງວັນທີ 02 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໃຈໃໝ່ຕື່ມອີກ 32 ຄົນ, ໃນນັ້ນ ມີ 04 ຄົນ ຖືກແຍກຕົວພາຍຫຼັງກັບມາຫວຽດນາມ ຈາກຕ່າງປະເທດ.
ຫວຽດ​ນາມ​ຢັ້ງ​ຢືນ​ມີ​ບັນ​ດາ​ກໍ​ລະ​ນີ​ຕິດ​ເຊື້ອ ໄວ​ຣັດ SARS-CoV-2   ຕື່ມ​ອີກ - ảnh 1ຜູ້ກັບມາຈາກນະຄອນດ່າໜັງ ເຮັດລະບຽບການກວດ, ວິໄຈຫາເຊື້ອໄວຣັດ SARS - CoV- 2 (ພາບ:TTXVN)

        ຕາມຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ: ໄລ່ຮອດເລລາ 6 ໂມງ ຂອງວັນທີ 02 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອໃຈໃໝ່ຕື່ມອີກ 32 ຄົນ, ໃນນັ້ນ ມີ 04 ຄົນ ຖືກແຍກຕົວພາຍຫຼັງກັບມາຫວຽດນາມ ຈາກຕ່າງປະເທດ. ບັນດາກໍລະນີຕິດເຊື້ອທີ່ຍັງເຫຼືອ ແມ່ນຢູ່ທ້ອງຖິ່ນຕ່າງໆ ຄື ດ່າໜັງ, ນະຄອນໂຮ່ຈີມິນ, ກວ໋າງງ໋າຍ, ກວາງນາມ, ຖ໋າຍບິ່ງ.

        ແລະກໍໃນວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີກໍລະນີເສຍຊີວິດຕື່ມອີກ 02 ຄົນ, ນັ້ນແມ່ນຄົນເຈັບທີ 475 ອາຍຸ 86 ປີ ຢູ່ດ່າໜັງ ແລະ ຄົນເຈັບ 524, ອາຍຸ 83 ປີ ຢູ່ ກວ໋າງນາມ. ຄົນເຈັບທັງສອງນີ້ ຖືກເສຍຊີວິດຍ້ອນຕິດພະຍາດປະຈຳຕົວຢ່າງໜັກ ແລະ ຖືກຕິດເຊື້ອໂຄວິດ - 19.

ເປັນອັນວ່າ ໄລ່ຮອດຈຸດເວລານີ້, ຫວຽດນາມມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 590 ຄົນ, ໃນນັ້ນ 144 ກໍລະນີຕິດເຊື້ອໃໝ່ ທີ່ກ່ຽວຂ້ອງເຖິງດ່າໜັງ ນັບແຕ່ວັນທີ 25 ກໍລະກົດມາຮອດປັດຈຸບັນ. ຮອດຈຸດເວລານີ້ ມີ 373 ກໍລະນີໃນຈຳນວນ 590 ກໍລະນີຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ ແລະມີຜູ້ເສຍຊີວິດ 05 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ