ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດແຮງງານແລະສັງຄົມ

ຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນຂົງເຂດແຮງງານແລະສັງຄົມ - ảnh 1
(ທ່ານ​ນາງ​ ຟ້າ​ມ​ທິຫາຍ​ຈ່ວຽນ ແລະ  ທ່ານ​ນາງ ອ່ອນ​ຈັນ ທຳ​ມະ​ວົງ)

(vovworld) - ​​   ຕອນ​ບ່າຍ​ວັນ​ທີ 7/4,​ ຢູ່​ນະຄອນຫຼວງ​ ວຽງ​ຈັນ, ປະ​ເທດ ລາວ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ຫວຽດນາມ-​ລາວ ຄັ້ງ​ທີ 4. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ນາງ ອ່ອນ​ຈັນ ທຳ​ມະ​ວົງ, ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມລາວ, ຢືນຢັນ​ວ່າ: ກອງ​ປະຊຸມ​​ແມ່ນ​ໂອກາດ​ເພື່ອ​ໃຫ້ 2 ຝ່າຍ​ແລກປ່ຽນ​ຢ່າງ​ລະອຽດ ​ແລະ ວາງ​ທິດ​ທາງ​ໃຫ້​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ກ່ຽວ​ກັບ​ແຮງ​ງານ ​ແລະ ສັງຄົມ​ຢ່າງ​ມີ​ປະສິດທິ​ຜົນ. ​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ-​ສັງຄົມ​ຫວຽດນາມ ຟ້າ​ມ​ທິຫາຍ​ຈ່ວຽນ ຢືນ​ຢັນວ່າ: ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ນັບ​ມື້​ນັບ​ພັດທະນາ​ກ່ວາ ກ່ຽວ​ກັບ​ຂອບ​ຂະໜາດ, ຄຸນ​ນະພາ​ບ, ດ້ວຍ​ ​ຫຼາຍ​ຮູ​ບ, ຫຼາຍ​ແບບ ​ແລະ ອຸດົມສົມ​ບູນ​ໃນ​ການ​ຮ່ວມ​ມືທຸກ​ຂັ້ນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຮັບ​ໃຊ້​ໃຫ້​ແກ່ການ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ແຕ່ລະ​ປະ​ເທ​ດ​ເປັນ​ຢ່າງ​ດີ. ບົນ​ພື້ນຖານ​ບັນດາ​ຄຳ​ເຫັນປະກອບຂອງ​ຜູ້​ແທນ,​ ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຟ້າມທິຫາຍ​ຈ່ວຽນ ​ແລະ ທ່ານ​ນາງ ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມລາວ ອ່ອນ​ຈັນ ທຳ​ມະ​ວົງ ​ໄດ້​​​ເຫັນ​ດີ​ຜັນ​ຂະຫຍາຍ​ການ​ປະຕິບັດ​ສັນຍາຮ່ວມ​ມື​ແຮງ​ງານ ລະຫວ່າງ 2  ລັດຖະບານ​ ຫວຽ​ດນາມ-​ລາວ ຢ່າງ​ມີ​ປະສິດທິ​ຜົນ, ຊຸກ​ຍູ້​ໂຄງການ​ຮ່ວມ​ມື ​ກ່ຽວ​ກັບ​ແຮງ​ງານ, ສະຫວັດດີ​ການ​ສັງຄົມ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ລະຫວ່າງ 2 ປະ​ເທດ, ສົ່ງ​ເສີມ​ບັນດາ​ທ້ອງ​ຖິ່ນ ​ແລະ ອົງການ​ທີ່​ກ່ຽວຂ້ອງ​ຂອງ 2 ປະ​ເທດ, ​ແຮກສ່ຽວ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ… 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ: ກອງ​ປະຊຸມ​ຄັ້ງ​ທີ 5 ຈະ​ຈັດ​ຕັ້ງ​ຢູ່ ຫວຽ​ດນາມ ​ໃນ​ປີ 2017.

ມີ້​ບີ່​ງ, ນັກ​ຂ່າວ VOV ປະຈຳ​ລາວ

ຂ່າວ/ບົດ​ອື່ນ