ຫວຽດນາມວາງຄາດໝາຍກ້າວໄປທັນກັບການປະຕິວັດອຸດສາຫະກຳ 4.0

(VOVWORLD) -ຫວຽດນາມ ຢືນຢັນຄວາມຕັດສິນໃຈ ແລະ ວາງຄາດໝາຍກ້າວໄປທັນກັບການປະຕິວັດອຸດສາຫະກຳ 4.0.
ຫວຽດນາມວາງຄາດໝາຍກ້າວໄປທັນກັບການປະຕິວັດອຸດສາຫະກຳ 4.0 - ảnh 1 (ພາບປະກອບອີນເຕີແນັດ)

ເຖິງຢ່າງໃດກໍ່ຕາມ, ຕາມບົດລາຍງານໃໝ່ສຸດກ່ຽວກັບລະດັບຄວາມກຽມພ້ອມໃຫ້ແກ່ພື້ນຖານການຜະລິດໃນອະນາຄົດ ໂດຍເວທີປາໄສເສດຖະກິດໂລກຫາກໍ່ປະກາດ ຫວຽດນາມ ນອນໃນກຸ່ມບັນດາປະເທດຍັງບໍ່ທັນກຽມພ້ອມໃຫ້ແກ່ການປະຕິວັດອຸດສາຫະກຳຄັ້ງທີ 4 ເມື່ອຢືນອັນດັບທີ 70/100 ປະເທດ ແລະ ພື້ນຖານເສດຖະກິດໄດ້ຈັດອັນດັບກ່ຽວກັບແຫຼ່ງຊັບພະຍາກອນມະນຸດ, ໃນຂະນະນັ້ນ ດັດຊະນີກ່ຽວກັບແຮງງານມີວິຊາຊີບສູງຢືນອັນດັບທີ 81/100 ແລະ ດັດຊະນີຄຸນນະພາບມະຫາວິທະຍາໄລຢືນອັນດັບທີ 75/100. ເພື່ອກ້າວໄປ ທັນກັບການປະຕິວັດອຸດສາຫະກຳ 4.0, ວຽກງານກະກຽມດ້ານແຫຼ່ງຊັບພະຍາກອນມະນຸດ, ພິເສດແມ່ນການບຳລຸງສ້າງແຫຼ່ງຊັບພະຍາກອນທີ່ມີຄຸນນະພາບສູງຄວນໄດ້ຮັບຄວາມເອົາໃຈໃສ່ແຖວໜ້າ. ທ່ານ ຫງວຽນດິ່ງທັງ, ຮອບປະທານສະມາຄົມກອມພິວເຕີຫວຽດນາມ, ຖືວ່າ.

        “ມີ 2 ວິທີບຳລຸງສ້າງ, ທີ່ໜຶ່ງແມ່ນບຳລຸງສ້າງຕາມປະເພນີ ນັ້ນແມ່ນຕ້ອງປັບປຸງການບຳລຸງສ້າງເປັນລະບົບ. ທີ 2 ແມ່ນບຳລຸງສ້າງໄວ, ໝາຍຄວາມວ່າ ຖ້າຫາກວ່າຢູ່ ຫວຽດນາມ ພວກເຮົາມີນັກຊ່ຽວຊານ, ປະລິຍາເອກກ່ຽວກັບຂົງເຂດເຕັກໂນໂລຊີກວ່າ 20 ຄົນ, ບັນດາຜູ້ຄົນເຫຼົ່ານັ້ນຊ່ວຍບຳລຸງສ້າງ 5 ຄົນ ແລະ ທະວີຄຸນຂຶ້ນເປັນກ້າວໆຄືແນວນັ້ນ ພວກເຮົາຈຶ່ງມີຖັນແຖວພະນັກງານເພື່ອຊ່ວຍໃຫ້ລັດຖະບານ, ວິສາຫະກິດ ແລະ ຊ່ວຍໃຫ້ທັງລະບົບລວມຂອງປະເທດກ້າວເຂົ້າສູ່ການປະຕິວັດອຸດສາຫະກຳ 4.0”.

ຕອບກັບ

ຂ່າວ/ບົດ​ອື່ນ