ຫວຽດນາມສັກວັກຊິນກັນ ໂຄວິດ-19 ໄດ້ຫຼາຍກ່ວາ 170 ລ້ານໂດສ ໃນທົ່ວປະເທດ

(VOVWORLD) -ໃນ 24 ຊົ່ວໂມງທີ່ຜ່ານມາ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 16.838 ຄົນ, ໃນນັ້ນ ມີ 75 ກໍລະນີມາຈາກຕ່າງປະເທດ ແລະ 16.763 ກໍລະນີຢູ່ 63 ແຂວງ, ນະຄອນພາຍໃນປະເທດ
   
ຫວຽດນາມສັກວັກຊິນກັນ ໂຄວິດ-19 ໄດ້ຫຼາຍກ່ວາ 170 ລ້ານໂດສ ໃນທົ່ວປະເທດ - ảnh 1ລົດພະຍາບານມາຮັບຄົນເຈັບ

     ເປັນອັນວ່າ ມາຮອດປະຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ ໂຄວິດ-19 ລວມທັງໝົດ 2.062.128 ຄົນ

    ກໍໃນວັນທີ 18 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 8.692 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນ 1.756.154 ຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 184 ຄົນ

    ແລະ ກໍຮອດຕອນບ່າຍວັນທີ 18 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ ຫຼາຍກ່ວາ 170 ລ້ານໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ