ຫວຽດນາມ-ສ.ສະຫະພັນເຢຍລະມັນຊອກຫາກາລະໂອກາດ,ຊຸກຍູ້ການຮ່ວມມືດ້ານເສດຖະກິດ

ຫວຽດນາມ-ສ.ສະຫະພັນເຢຍລະມັນຊອກຫາກາລະໂອກາດ,ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ​ເຢຍ​ລະ​ມັນ Beckmeyer
ກ່່​າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມສຳ​ມະ​ນາ
(ພາບ: TTXVN)


(vovworld) - ​​ວັນ​ທີ 22/06, ຢູ່ Berlin, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ເຢຍ​ລະ​ມັນ ໄດ້​ຈັດ​ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ເສດ​ຖະ​ກິດ “ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ຫວຽດ​ນາມ - ເຢຍ​ລະ​ມັນ ໃນ​ຊຸມ​ປີ​ຈະ​ມາ​ເຖິງ: ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ແງ່​ຫວັງ ແລະ ບັນ​ດາ​ມາດ​ຕະ​ການ​ຊຸກຍ​ູ້”. ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ວາງ​ແຜນ​ນະ​ໂຍ​ບາຍ, ຄຸ້ມ​ຄອງ​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ​ 2 ປະ​ເທດ​ຮັງ​ຮູ້​ຢ່າງ​ຄົບ​ຖ້ວນກວ່າ ກ່ຽວ​ກັບໄດ​້​ບັນ​ດາ​​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃຫຍ່​ຫຼວງໃນ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ຂອງ 2 ຄູ່​ຮ່ວມ​ມື​ຢູ່​ລະ​ດັບ​ຍຸ​ດ​ທະ​ສາດ ແລະ ບັນ​ດາ​ກາ​ລ​ະ​ໂອ​ກາດ​ໃໝ່​… ຈາກນັ້ນ, ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່​ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດກວ່າ. ຕາ​ມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ຜູ້​ແທ​ນແລ້ວ,  ປະ​ຈຸ​ບັນເຢຍ​ລະ​ມັນ ແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່​ຂອງ​ຫວຽດ​ນາມ ໃນ​ສະ​ຫະ​ພາບ​ເອີ​ລົບ (EU) ແລະ​ ກໍ່​ແມ່ນ​ນັກ​ລົງ​ທຶນ​ EU ໃຫຍ່​ອັນ​ດັບ​ທີ 5 ຢູ່​ຫວຽດ​ນາມ ດ້ວຍໂຄງ​ການ​ລົງ​ທຶນກວ່າ 600 ​ສະ​ບັບ, ​ລວມທຶນ​ຈົດ​ທະ​ບຽນ​ທັງ​ໝົດ​ແມ່ນກວ່າ 1,4 ຕື້ USD, ແຕ່​ວົງ​ເງິນ​ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​​ໃນ​ປະ​ຈ​ຸ​ບັນຍັງ​ບໍ່​ທັນ​ເໝ​າະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ໃຫຍ່​ຫຼວງ​​ຂອງ 2 ປະ​ເທດ​ເທື່ອ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ ປະ​ຈຳ​ເຢຍ​ລະ​ມັນ ດ່​ວານ​ຊວນ​ຮືງ ເນັ້ນ​ໜັກ​ວ່າ, ມີ​ວິ​ສາ​ຫະ​ກິດ​ເຢ​ຍ​ລະ​ມັນ ຫຼາຍ​ແຫ່ງປ​າດ​ຖະ​ໜາ​ຢາກ​ລົງ​ທຶນ​ເຂົ້າ​ຫວຽດ​ນາມ, ແຕ່ຍັງ​ລັ່ງ​ເລ​ໃຈ​ຍ້ອນບໍ່​ທັນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຕະ​ຫຼາດ​ຫວຽດ​ນາມ ກ​ໍ​ຄື​ວິ​ທີ​ເພື່ອ​ນຳ​ໃຊ້​ໂອ​ກາດ ແລະ ຂຸດ​ຄົ້ນ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ​ລະ​ຫວ່າງ 2 ປະ​ເທດ. ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ແລະ ພະ​ລັງ​ງານ​ເຢຍ​ລະ​ມັນ Beckmeyer ຖື​ວ່າ, ຄາດ​ໝາຍ​ເຊິ່ງ 2 ຝ່າຍ​ຍົກ​ອອກ​ມາ​ແມ່ນ ແມ່ນ​ຢາກຍົກ​ສູງຍອດ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ເຖິງ 20 ຕື້ USD ໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງນີ້ ແມ່ນ​​ຄວາມໝາຍ​ເຊິ່ງຮຽກ​ຮ້ອງ​​ໃຫ້ 2 ຝ່າຍ​ຕ້ອງ​ມີຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ໃຫຍ່​ຫຼວງ​, ກໍ​ຄື​​ຕ້ອງ​ມີຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ແນ​ໃສ່​ແກ​້​ໄຂ​​ບັນ​ດາຄວາມ​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ.

ຂ່າວ/ບົດ​ອື່ນ