ຫວຽດນາມສະເໜີຂໍ້ລິເລີມບຸລິມະສິດ 15 ຂໍ້ໃນປີອາຊຽນ 2020

(VOVWORLD) -ກອງປະຊຸມຍັງແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫລືບັນດາມວດວຽກງານສະເພາະ ແລະ ລາຍການເຮັດວຽກບຸລິມະສິດຂອງປີ 2020.
ຫວຽດນາມສະເໜີຂໍ້ລິເລີມບຸລິມະສິດ 15 ຂໍ້ໃນປີອາຊຽນ 2020 - ảnh 1 (ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ)

ກອງປະຊຸມເຈົ້າໜ້າທີ່ເສດຖະກິດອາຊຽນ ແຄບ ໂດຍກະຊວງອຸດສາຫະກຳການຄ້າຫວຽດນາມ ຈັດຕັ້ງຢູ່ນະຄອນ ຫ້າລອງ, ແຂວງກວາງນິງ ໃນລະຫວ່າງວັນທີ 28 – 29 ພະຈິກ, ແມ່ນເຫດການທຳອິດດ້ານເສດຖະກິດໃນອາຍຸການປະທານອາຊຽນ ປີ 2020 ຂອງຫວຽດນາມ. ຄຽງຂ້າງກັບການກຳນົດບັນດາບຸລິມະສິດດ້ານເສດຖະກິດໂດຍຫວຽດນາມ ສະເໜີແລ້ວ, ກອງປະຊຸມຍັງແມ່ນໂອກາດເພື່ອໃຫ້ບັນດາປະເທດປຶກສາຫລືບັນດາມວດວຽກງານສະເພາະ ແລະ ລາຍການເຮັດວຽກບຸລິມະສິດຂອງປີ 2020.

        ເມື່ອຕອບສຳພາດຕໍ່ນັກຂ່າວ VOV ຢູ່ນອກກອງປະຊຸມ, ທ່ານ ເລືອງຮ່ວາງທ໊າຍ, ຫົວໜ້າກົມນະໂຍບາຍການຄ້ານາໆຊາດ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ໃຫ້ຮູ້ວ່າ.

        “ກອງປະຊຸມຄັ້ງນີ້ມີຄວາມສຳຄັນທີ່ສຸດ, ຍົກອອກການກຳນົດທິດໃຫ້ແກ່ບັນດາຊ່ອງຮ່ວມມືທາງດ້ານເສດຖະກິດ ແລະ ບັນດາເນື້ອໃນຮ່ວມມືໃນປີຈະມາເຖິງ. ຈາກນັ້ນ, ບັນດາປະເທດທາບທາມຄວາມເຫັນ ແລະ ພ້ອມກັບເຮັດວຽກກັບຫວຽດນາມ ດ້ວຍຖານະເປັນປະທານອາຊຽນ ໃນປີ 2020. ທີ່ກອງປະຊຸມຄັ້ງນີ້, ໃນຂົງເຂດເສດຖະກິດ, ຫວຽດນາມ ໄດ້ສ້າງຮ່າງຂໍ້ລິເລີມໃຫ້ບຸລິມະສິດທີ່ແຕກຕ່າງກັນປະມານ 15 ຂໍ້, ສະແດງໃຫ້ເຫັນທັດນະຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດຢູ່ພາກພື້ນໃນປີ 2020. ນີ້ແມ່ນໂອກາດທຳອິດທີ່ຫວຽດນາມ ຍື່ນສະເໜີບັນດາຂໍ້ລິເລີ່ມດັ່ງກ່າວຕໍ່ບັນດາປະເທດອາຊຽນ ຢ່າງເປັນທາງການ”.

ຕອບກັບ

ຂ່າວ/ບົດ​ອື່ນ