ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ວ​ມາດ​ຕະ​ການ ​ບັນ​ລຸ​ວິ​ໄສ​ທັດ APEC 2040

(VOVWORLD) - ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ນະຄອນຮະລອງ, ແຂວງກ໋ວາງນິງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 3 ຂອງສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC, ເອີ້ນຫຍໍ້ ABAC, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ທ່ານໂດຍຕາງໜ້າ 17 ພື້ນຖານເສດຖະກິດສະມາຊິກ APEC.
 ຫວຽດ​ນາມ​ສະ​ໜັບ​ສະ​ໜູນ​ວ​ມາດ​ຕະ​ການ ​ບັນ​ລຸ​ວິ​ໄສ​ທັດ APEC 2040 - ảnh 1ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຍົກໃຫ້ເຫັນບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຕໍ່ພື້ນຖານເສດຖະກິດ APEC ແລະ ທ່ານກໍ່ປາດຖະໜາວ່າ ກອງປະຊຸມຄັ້ງນີ້ ຈະຊຸກຍູ້ການຮ່ວມມືໃນກຸ່ມວິສາຫະກິດ ເອກະຊົນ APEC, ຟື້ນຟູການຜະລິດດຳເນີນທຸລະກິດ, ຊຸກຍູ້ການຄ້າ, ການລົງທຶນ ແລະ ເຊື່ອມຕໍ່ບັນດາລະບົບສະໜອງຄືນໃໝ່, ມຸ່ງໄປເຖິງການພັດທະນາປະດິດຄິດສ້າງ, ຍືນຍົງ ແລະ ກວມລວມໃນພາກພື້ນ. ທ່ານປະທານປະເທດ ໃຫ້ຮູ້ວ່າ:

ທັດສະນະຂອງລັດ ຫວຽດນາມ ແມ່ນຍາມໃດກໍ່ສະໜັບສະໜູນ ແລະ ຊຸກຍູ້ຜັນຂະຫຍາຍແຜນການ Aotearoa ກ່ຽວກັບວິໄສທັດ APEC 2040 ແລະ ເສີມຂະຫຍາຍຖະແຫຼງການຮ່ວມ APEC 2017 (ຫວຽດນາມ) ກ່ຽວກັບການ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງ ອະນາຄົດລວມ” ດ້ວຍການປະຕິບັດບັນດາການເຄື່ອນໄຫວຮ່ວມມືຢ່າງແຮງ ແລະ ມີປະສິດທິຜົນກ່ຽວກັບການຮັບມືກັບພະຍາດໂຄວິດ - 19, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຫັນເປັນດີຈີຕອນປະດິດຄິດສ້າງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພັດທະນາແບບກວມລວມ… ຂ້າພະເຈົ້າຫວັງວ່າ ກອງປະຊຸມຄັ້ງນີ້, ABAC ຈະຍົກອອກຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມ ແລະ ວິທີການແກ້ໄຂໃໝ່, ມີປະສິດທິຜົນ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ພົບປະກັບຄະນະສະພາໃຫ້ຄຳປຶກສາດຳເນີນທຸລະກິດ APEC ໂດຍທ່ານ Kriengkrai Thiennukul ປະທານ ABAC 2022 ນຳໜ້າ

ຕອບກັບ

ຂ່າວ/ບົດ​ອື່ນ