ຫວຽດນາມ-ສເກົາຫຼີ ເພີ່ມທະວີການຮ່ວມມື ດ້ານເສດຖະກິດ
(ພາບ:nhandan.com.vn )
(vovworld)- ກອງປະຊຸມສຳມະນາ ““ພັດທະນາເສດຖະກິດຫວຽດນາມ-ສເກົາຫຼີ: ບົດຮຽນ ແລະ ບັນດາກາລະໂອກາດໃໝ່“ ໄດ້ຖືກຈັດຂຶ້ນໃນຕອນເຊົ້າວັນທີ 30/9 ຢູ່ຮ່າໂນ້ຍ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 150 ທ່ານຂອງບັນດາກະຊວງ, ຂະແໜງການ, ວິສາຫະກິດສອງປະເທດ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານດ່າວກວາງທູ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຢືນຢັນວ່າ: ຍາມໃດຫວຽດນາມ ກໍ່ຖື ສເກົາຫຼີ ແມ່ນຄູ່ຮ່ວມມືສຳຄັນ ແລະ ປາດຖະໜາວ່າບັນດາວິສາຫະກິດ ສເກົາຫຼີ ຈະສືບຕໍ່ເປີດກ້ວາງການລົງທຶນດຳເນີນທຸລະກິດຢູ່ຫວຽດນາມ:
“ເລື່ອງເພີ່ມທະວີການສົມທົບ ແລະ ແບ່ງປັນບັນດາຂໍ້ມູນຂ່າວກ່ຽວກັບການຄົ້ນຄ້ວານະໂຍບາຍ, ສຳພັດກັບຕະຫຼາດ, ນະໂຍບາຍການຄ້າການລົງທຶນລະຫວ່າງອົງການລັດຖະບານ ແລະ ປະຊາຄົມວິສາຫະກິດສອງຝ່າຍ ແມ່ນສຳຄັນທີ່ສຸດ. ທາງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ສເກົາຫຼີ ມາຫວຽດນາມ ລົງທຶນ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ ກໍ່ຄືຍາມໃດກໍ່ຈະສະໜັບສະໜູນ ແລະ ໜູນຊ່ວຍບັນດາການເຄື່ອນໄຫວຮ່ວມມືລວມລະຫວ່າງສອງປະເທດ ເພື່ອແນໃສ່ປະກອບສ່ວນນຳສາຍພົວພັນຄູ່ຮ່ວມມືຍຸດທະສາດຂອງສອງປະເທດພັດທະນາຢ່າງໝັ້ນຄົງກ່ວາ ແລະ ຂຶ້ນສູ່ລະດັບສູງໃໝ່“.