ຫວຽດນາມ,ສ.ເກົາຫຼີເປັນເຈົ້າພາບຈັດຕັ້ງງານບຸນວັດທະນະທຳໂລກປີ2017

ຫວຽດນາມ,ສ.ເກົາຫຼີເປັນເຈົ້າພາບຈັດຕັ້ງງານບຸນວັດທະນະທຳໂລກປີ2017 - ảnh 1
ງານບຸນວັດທະນະທຳໂລກປີ 2016
(ພາບ: suckhoedoisong)


(vovworld) –​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ໄດ້​ຕົກ​ລົງ​ເຫັນ​ດີ​ກັບຂໍ້​ສະ​ເໜີ​ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ກ່ຽວ​ກັບ​ເລື່ອງ​ເ​ປັນ​ເຈົ້າ​ພາບ​ພ້ອມຈັດ​ຕັ້ງ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ປີ 2017 ກັບ​ແຂວງ Gyeongsangbuk – do, ສ.ເກົາ​ຫຼີ. ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ແມ່ນ​ເຫດ​ການ​ພົບ​ປະແລກ​ປ່ຽນ​ວັດ​ທະ​ນະ​ທຳ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ເຊິ່ງ​ໄດ້​ຈັດ​ຕັ້ງ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​​ທີ່​ເປັນ​ຫຼາຍ​ຮູບ​ຫຼາ​ຍ​ແບບ ເພື່ອ​ແນ​ໃສ່​​ແນະ​ນຳ​ວັດ​ທະ​ນະ​ທຳ​ສ.ເກົາ​ຫຼີ ແລະ ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ໃນ​ບັນ​ດາ​ຂົງ​ເຂດ​ຄື: ອາ​ຫານ​ການ​ກິນ, ​ດົນ​ຕີ, ​ແຟ​ຊັນ, ຮູບ​ເງົາ, ສົມ​ທົບ​ກັບ​ການ​ສົ່ງ​ເສີມ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ. ງານ​ບຸນ​ໂດຍ​ແຂວງ Gyeongsangbuk – do ສົມ​ທົບ​ກັບ​ກະ​ຊວງວ​ັດ​ທະ​ນະ​ທຳ ແລະ ກິ​ລາ​ສ.ເກົາ​ຫຼີ, ອົງ​ການ​ຈັດ​ຕັ້ງ​ການ​ທ່ອງ​ທ່ຽວ​ໂລກ - UNWTO, ອົງ​ການ​ຂຶ້ນ​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ ລັດ​ຖະ​ບານ​ສ.ເກົາ​ຫຼີ ຈັດ​ຕັ້ງ. ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ 2017 ໄດ້​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ເທດ​ຊາດ, ພາບ​ພົດ​ຫວຽດ​ນາມ ແລະ ນະ​ຄອນ​ໂຈ່​ຈິ​ມິນ ພ້ອມ​ທັງ​ເປັນ​ການ​ດຶງ​ດູດ​ນັກ​ທ່ອ​ງ​ທ່ຽວ​ສ.ເກົາ​ຫຼີ ແລະ ບັນ​ດາ​ປະ​ເທດ​ອື່ນ. ຄາດ​ວ່າ, ງານ​ບຸນ​ວັດ​ທະ​ນ​ະ​ທຳ​ໂລກ​ປີ 2017 ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ໂອ​ກາດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ອາ​ຊີ - ປາ​ຊີ​ຟິກ (APEC 2017).

ຂ່າວ/ບົດ​ອື່ນ