ຫວຽດນາມຮັບມືກັບການທ້າທາຍແລະກາລະໂອກາດຫຼາຍຢ່າງໃນການປະຕິບັດຄາດໝາຍພັດທະນາ

ຫວຽດນາມຮັບມືກັບການທ້າທາຍແລະກາລະໂອກາດຫຼາຍຢ່າງໃນການປະຕິບັດຄາດໝາຍພັດທະນາ - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ
(ພ​າບ​ປະ​ກອບ: TTXVN)

(vovworld) - ປີ 2015 ​ໄດ້​ກ້າວ​ເຂົ້າ​ສູ່​ປະຫວັດສາດ​ຂອງ​ສະຫະ​ປະຊາ​ຊາດ, ດ້ວຍ​ບັນດາ​ຂີດ​ໝາຍ​ສຳຄັນ​ຕ່າງໆ, ນັ້ນ​ແມ່ນ​ການ​ຮັບຮອງ​ເອົາ​ລາຍການ​ດຳ​ເນີນ​ງານ​ພັດທະນາ​ແບບ​ຍືນ​ຍົງ​ເຖິງ​ປີ 2030. ​ແຜນການ​ດຳ​ເນີນ​ງານ Addis Ababa ​ເພື່ອ​ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ການ​ພັດທະນາ, ຂອບ​ເຂດ Sendai ​ເພື່ອ​ຮັບ​ມື ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ທຳ​ມະ​ຊາດ ​ແລະ ຂໍ້​ຕົກລົງ ປາຣີ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…

        ວັນ​ທີ 2/2, ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສື່​ມວນ​ຊົນ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສະ​ຫະປະຊາ​ຊາດ ໃຫ້​ຮູ້​ວ່າ, ​ເລື່ອງ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນການ​ດຳ​ເນີນ​ງານ ​ໂດຍ ສະຫະ​ປະຊາ​ຊາດ ວາງ​ອອກ, ທັງ​ແມ່ນ​ກາລະ​ໂອກາດ, ທັງ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ ຫວຽດນາມ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ກໍ່​ຊີ້​ແຈ້ງວ່າ, ບັນດາ​ຄາດໝາຍ​ນີ້​ຖືກ​ສ່ອງ​ແສງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ພັດທະນາ​ຂອງ​ພັກ ​ແລະ ລັດ​ ຫວຽດນາມ, ​ໃນ​ນັ້ນ​ພົ້ນ​ເດັ່ນ​ແມ່ນ ການ​ເຕີບ​ໂຕ​​ເສດຖະກິດຢ່າງ​ໄວ ​ແລະ ໝັ້ນຄົງ. ການ​ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ​​ເປັນ​ຢ່າງ​ດີ. ດ້ານ​ອື່ນ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ​ສາມາດ​ສ້າງ​ຕັ້ງ​ການ​ພົວພັນ​ອັນ​ສະໜິດສະໜົມ ​ແລະ ສະ​ບົດຮຽນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ພັດທະນາ​ກັບ​ຫຼາຍ​ປະ​ເທດຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ​ບັນດາ​ອົງການ ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ