ຫວຽດ​ນາມ​​ຮຽກ​ຮ້ອງ​ຈີນ​ຈົ່ງ​ລົບ​ລ້າງ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້​ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ”

(VOVWORLD) -ວັນທີ 19 ເມສາ, ຕໍ່ໜ້າເລື່ອງ ລັດຖະບານຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າ“ເມືອງຊີຊາ” ແລະ “ເມືອງ ໜານຊາ” (ໝາຍເຖິງເຂດໝູ່ເກາະຮ່ວາງຊາຂອງຫວຽດນາມ) ເມື່ອວັນທີ 18 ເມສາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຊີແຈ້ງວ່າ:

ຫວຽດ​ນາມ​​ຮຽກ​ຮ້ອງ​ຈີນ​ຈົ່ງ​ລົບ​ລ້າງ​ການ​ສ້າງ​ຕັ້ງ​ອັນ​ທີ່​ເອີ້​ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

(ພາບ: ຈຸງຮຽວ)

      "ຫວຽດນາມໄດ້ຢັ້ງຢືນຢ່າງແຮງເປັນຫຼາຍເທື່ອແລ້ວວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນ ອະທິປະໄຕຂອງ ຫວຽດນາມ ທີ່ມີ ຕໍ່ 2 ໝູ່ເກາະເຈືອງຊາ, ຮ່ວາງຊາເຊິ່ງສອດຄອງກັບກົດໝາຍສາກົນ. ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນປະຕິເສດຢ່າງແຮງ ການສ້າງຕັ້ງອັນທີ່ເອີ້ນວ່າ “ເມືອງຊີຊາ” ແລະ “ເມືອງ ໜານຊາ” ແລະ ບັນດາການກະທຳທີ່ກ່ຽວຂ້ອງຍ້ອນໄດ້ລະເມີດອະທິປະໄຕຂອງຫວຽດນາມ, ບໍ່ມີຄຸນຄ່າ ແລະ ບໍ່ໄດ້ຮັບຮູ້, ບໍ່ມີຜົນປະໂຫຍດຕໍ່ການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ກໍ່ຄວາມສັບສົນຂຶ້ນຕື່ມຢູ່ເຂດທະເລຕາເວັນອອກ, ພາກພື້ນ ແລະ ໂລກ. ຫວຽດນາມຮຽກຮ້ອງຈີນ ຈົ່ງເຄົາລົບອະທິປະໄຕຂອງຫວຽດນາມ, ຈົ່ງລົບລ້າງບັນດາຂໍ້ຕົກລົງທີ່ຜິດພາດກ່ຽວຂ້ອງເຖິງການກະທຳດັ່ງກ່າວ ແລະ ບໍ່ມີການກະທຳທີ່ຄ້າຍຄືກັນໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ