ຫວຽດນາມຮຽກຮ້ອງບັນດາຝ່າຍບໍ່ໄດ້ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ

(VOVWORLD) -ຫວຽດນາມ ມີພະຍານຫລັກຖານຄົບຖ້ວນ ແລະພື້ນຖານດ້ານນິຕິກຳ ຢືນຢັນ ອະທິປະໄຕ ສຳລັບໝູ່ເກາະຮ່ວາງຊາແລະ ເຈື່ອງຊາ 
 ຫວຽດນາມຮຽກຮ້ອງບັນດາຝ່າຍບໍ່ໄດ້ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ  

ທີ່ການຖະແຫລງຂ່າວອອນລາຍ ຂອງກະຊວງການຕ່າງປະເທດຫວຽດນາມ ໃນຕອນບ່າຍວັນທີ 14 ພຶດສະພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ສະແດງທັດສະນະຕໍ່ຂ່າວຄາວທີ່ວ່າ ບັນດາເຮືອບິນ KJ – 500 ແລະ KQ - 200 ຂອງຈີນ ປະກົດຕົວຢູ່ ດອນຫີນ ຈື໋ເທີບ ຕາມພາບດາວທຽມຂອງ ISI ກໍ່ຄືການເຄື່ອນໄຫວຂອງກຳປັ່ນຫາປາຈຳນວນຫນຶ່ງຂອງຈີນ ພວມເຕົ້າໂຮມຢູ່ ບາງດອນຫີນຄື ບາເດົ່າ, ແອນເດີດ ຂຶ້ນກັບໝູ່ເກາະຮ່ວາງຊາ ຂອງຫວຽດນາມ.

“ຂ້າພະເຈົ້າຢືນຢັນຄືນວ່າ ຫວຽດນາມ ມີພະຍານຫລັກຖານຄົບຖ້ວນ ແລະພື້ນຖານດ້ານນິຕິກຳ ຢືນຢັນ ອະທິປະໄຕ ສຳລັບໝູ່ເກາະຮ່ວາງຊາແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ. ທຸກການເຄື່ອນໄຫວຂອງບັນດາຝ່າຍຢູ່ສອງໝູ່ເກາະດັ່ງກ່າວໂດຍບໍ່ໄດ້ຮັບການອະນຸຍາດຈາກຫວຽດນາມ ລ້ວນແຕ່ບໍ່ມີຄວາມໝາຍ. ໃນສະພາບພາກພື້ນ ແລະ ສາກົນປະຈຸບັນ, ຫວຽດນາມຮຽກຮ້ອງບັນດາຝ່າຍບໍ່ໄດ້ມີການກະທຳເຮັດໃຫ້ສະພາບການຢູ່ທະເລຕາເວັນອອກເຄັ່ງຕຶງຂຶ້ນຕື່ມ.”

ຕອບກັບ

ຂ່າວ/ບົດ​ອື່ນ