ກຳລັງປ້ອງກັນທະເລພວມກູ້ໄພກູ້ຊີບຊາວປະມົງ
|
(vovworld)- ຕອນເຊົ້າວັນທີ 4/4 ຢູ່ ນະຄອນ ຍາຈາງ, ກົມໃຫຍ່ສິນໃນນ້ຳ ຫວຽດນາມ ໄດ້ໄຂກອງປະຊຸມສະພາຜູ້ອຳນວຍການສູນພັດທະນາອາຊີບຫາປາ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 48. ນຳທີ່ນີ້ ຫວຽດນາມ ໄດ້ຮຽກຮ້ອງບັນດາອົງການອາຊີບຫາປາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ພ້ອມກັນຮັບປະກັນຄວາມປອດໄພໃຫ້ຊາວປະມົງຫາປາຢູ່ທະເລ ຖືກຕ້ອງກັບການກຳນົດຂອງກົດໝາຍທະເລ. ທ່ານ ຫວູວັນຕາມ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ໃນຊຸມປີມໍ່ໆມານີ້ ຊາວປະມົງ ຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງ, ພິເສດແມ່ນບັນຫາຄວາມປອດໄພເມື່ອຫາປາຢູ່ທະເລ. ການຮັບປະກັນຄວາມປອດໄພໃຫ້ກຳປັ່ນ ແລະ ຊີວິດອີນຊີຂອງຊາວປະມົງແມ່ນບັນຫາຮີບດ່ວນ. ທ່ານ ຫວູວັນຕາມ, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:
“ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມຮ່ວມມືກັບບັນດາປະເທດພາຍໃນພາກພື້ນ ເພື່ອສ້າງກົນໄກເຈລະຈາ ແນໃສ່ແລກປ່ຽນຂໍ້ມູນຂ່າວສານ ແລະ ແກ້ໄຂບັນດາກໍລະນີກ່ຽວຂ້ອງເຖິງເຂດທີ່ຊາວປະມົງຫາປາ ແລະ ບັນດາບັນຫາອື່ນຄື: ການກູ້ໄພກູ້ຊີບ, ກຳປັ່ນເຄື່ອນໄຫວຢູ່ເຂດທະເລຂອງກັນ, ຮັບປະກັນໃຫ້ຊາວປະມົງເຄື່ອນໄຫວຫາປາຢູ່ທະເລ ພິເສດສ້າງໂທລະສັບສາຍດ່ວນ.”