ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ໜູນ​ຊ່ວຍ​ຊີ​ຣີ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

(VOVWORLD) -ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມດ້ວຍລັກສະນະສ້າງສັນຢູ່ຮອບເຈລະຈາທີ່ຈະມາເຖິງ ຂອງ ຄະນະກຳມະການລັດຖະທຳມະນູນ
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ໜູນ​ຊ່ວຍ​ຊີ​ຣີ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ - ảnh 1ກອງປະຊຸມທາງອອນລາຍ ຂອງສະພາຄວາມໝັ້ນຄົງ ສປຊ ກ໋ຽວກັບ ການໜູນຊ່ວຍຊີຣີ

ວັນທີ 20 ມັງກອນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຢູ່ຊີຣີ. ທ່ານ Geir Pedersen ທູດພິເສດຂອງທ່ານເລຂາທິການໃຫຍ່ ສປຊ ກ່ຽວກັບຊີຣີ ແລະ ທ່ານ Mark Lowcock ຮອງເລຂາທິການໃຫຍ່ ສປຊ ກ່ຽວກັບບັນຫາມະນຸດສະທຳ, ໄດ້ລາຍງານສະພາບການ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມຫ໋າຍແອັງ ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວຂອງ ຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເຂົ້າຮ່ວມດ້ວຍລັກສະນະສ້າງສັນຢູ່ຮອບເຈລະຈາທີ່ຈະມາເຖິງ ຂອງ ຄະນະກຳມະການລັດຖະທຳມະນູນ, ທ່ານໄດ້ເນັ້ນໜັກເຖິງເລື່ອງຕ້ອງຍາດແຍ່ງເອົາໄລຍະທີ່ຄວາມໝັ້ນຄົງມີສະຖຽນລະພາບກ່າວໃນປັດຈຸບັນ ເພື່ອສຸມໃສ່ໂອ້ລົມສົນທະນາ ແລະ ເຈລະຈາ, ແນໃສ່ເປົ້າໝາຍຊຸກຍູ້ວິວັດທະນາການດ້ານການເມືອງ. ທ່ານ ຟ້າມຫ໋າຍແອັງ ກໍ່ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການມະນຸດສະທຳທີ່ນັບມື້ນັບຮ້າຍແຮງຂຶ້ນຢູ່ຊີຣີ ແລະ ຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມື, ໜູນຊ່ວຍສາກົນ ເພື່ອແນໃສ່ຮັບປະກັນການໜູນຊ່ວຍດ້ານມະນຸດສະທຳບໍ່ຖືກຕັດຕອນ ແລະ ໄປຮອດໄປເຖິງທຸກເຂດພາກຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ