ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ດາ​ຜົນ​ກະ​ທົ​ບຈາກບັນ​ຫາ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​​ທີ່​ມີ​ຕໍ່ມະ​ນຸດ​ສະ​ທຳ ແລະ ຄວາມ​ໝັ້ນ​ຄົງ​ ຢ່າງ​ຮອບ​ດ້ານ

(VOVWORLD) -ວັນທີ 17 ກັນຍາ, ພາຍໃຕ້ການເປັນປະທານຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ນີເຊ ໂດຍແມ່ນປະເທດປະທານສະພາຄວາມໝັ້ນຄົງສປຊ ເດືອນ ກັນຍາ, ອົງການນີ້ໄດ້ຈັດຕັ້ງກອງປະຊຸມທາງອອນລາຍຕີລາຄາກ່ຽວກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມທີ່ມີຊຸດໂຊມຕໍ່ບັນດາບັນຫາມະນຸດສະທຳ, ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ດາ​ຜົນ​ກະ​ທົ​ບຈາກບັນ​ຫາ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​​ທີ່​ມີ​ຕໍ່ມະ​ນຸດ​ສະ​ທຳ ແລະ ຄວາມ​ໝັ້ນ​ຄົງ​ ຢ່າງ​ຮອບ​ດ້ານ - ảnh 1 ກອງປະຊຸມທາງອອນລາຍຕີລາຄາກ່ຽວກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ສິ່ງແວດລ້ອມທີ່ມີຊຸດໂຊມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ຢັ້ງຢືນວ່າ ຕ້ອງແກ້ໄຂຢ່າງຮອບດ້ານບັນດາຜົນກະທົບຈາກບັນຫາປ່ຽນແປງດິນຟ້າອາກາດທີ່ມີຕໍ່ມະນຸດສະທຳ ແລະ ຄວາມໝັ້ນຄົງ ແລະ ສິ່ງແວດລ້ອມຊຸດໂຊມ. ທ່ານເອກອັກຄະລັດຖະທູດຮຽກຮ້ອງໃຫ້ເພີ່ມທະວີການປະຕິບັດກົດໝາຍວ່າດ້ວຍມະນຸດສະທຳ, ລວມມີພັນທະທີ່ກ່ຽວຂ້ອງເຖິງການປົກປັກຮັກສາສິ່ງແວດລ້ອມ, ເພີ່ມທະວີການຮ່ວມມືສາກົນ, ເອົາໃຈໃສ່ເຖິງການໜູນຊ່ວຍບັນດາປະເທດປະທະກັນ, ໄລຍະຫຼັງການປະທະກັນ, ບັນດາປະເທດດ້ອຍພັດທະນາ, ບັນດາປະເທດເກາະນ້ອຍພວມພັດທະນາ, ເພີ່ມທະວີຄວາມສາມາດໃນການຮັບມື ແລະ ປັບຕົວໃຫ້ແທດເໝາະຂອງປະຊາຊົນທີ່ມີຕໍ່ບັນຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ