ຫວຽດນາມເຂົ້າຮ່ວມກອງ ປະຊຸມສະມັດຊາໃຫ່ຍ WIPO ຄັ້ງທີ 54
(ພາບປະກອບ)
(vovworld) –ວັນທີ 22/9, ວາລະປະຊຸມສະມັດຊາໃຫ່ຍອົງການຊັບສິນທາງປັນຍາໂລກ (WIPO) ຄັ້ງທີ 54 ໄດ້ໄຂຂຶ້ນຢູ່ເຊີແນວ ປະເທດສະວິດ ໂດຍມີການເຂົ້າຮ່ວມຂອງບັນດາຄະນະຜູ້ແທນມາຈາກ 187 ປະເທດສະມາຊິກ. ຄະນະຜູ້ແທນຫວຽດນາມ ໂດຍທ່ານເຈິ່ນວັນຕຸ່ງ ລັດຖະມົນຕີຊ່ວຍວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີເປັນຫົວໜ້າຄະນະ. ທ່ານເຈິ່ນວັນຕຸ່ງ ຈະມີບົດກ່າວປາໄສທີ່ ສະມັດຊາໃຫ່ຍ WIPO, ພົບປະກັບຜູ້ອຳນວບການໃຫ່ຍ WIPO ເພື່ອສະແດງໃຫ້ເຫັນບາງທັດສະນະຂອງຫວຽດນາມ ກ່ຽວກັບການກຳນົດທິດທາງສ້າງລະບົບຊັບສິນທາງປັນຍາໂລກໃນໄລຍະຈະມາເຖິງ. WIPO ແມ່ນເວທີປາໄສທົ່ວໂລກເພື່ອຊຸກຍູ້ບັນດານະໂຍບາຍ ຊັບສິນທາງປັນຍາ, ການບໍລິການ, ຖະແຫຼງຂ່າວ ແລະ ການຮ່ວມມື. ໂດຍແມ່ນອົງການວິຊາສະເພາະຂອງ ສປຊ, WIPO ໄດ້ໜູນຊ່ວຍ 187 ປະເທດສະມາຊິກໃນການສ້າງຂອບເຂດນິຕິກຳສາກົນສ້າງຄວາມດຸນດ່ຽງດ້ານຊັບສິນທາງປັນຍາເພື່ອແນໃສ່ຕອບສະໜອງຄວາມຕ້ອງການພັດທະນາຂອງສັງຄົມ./.