ຫວຽດນາມເຂົ້າຮ່ວມກອງປະຊຸມຊຸດທີ 74 ESCAP

(VOVWORLD) -ໃນລະຫວ່າງວັນທີ 14 – 16 ພຶດສະພາ, ຢູ່ບາງກອກ, ປະເທດໄທ, ຄະນະກຳມະການເສດຖະກິດ, ສັງຄົມອາຊີ - ປາຊີຟິກ (ESCAP) ຊຸດທີ 74 

ຫວຽດນາມເຂົ້າຮ່ວມກອງປະຊຸມຊຸດທີ 74 ESCAP - ảnh 1 ຄະນະຜູ້ແທນຫວຽດນາມໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ

ຮ່າກິມງອັກ ນຳໜ້າເຂົ້າຮ່ວມກອງປະຊຸມ

(ພາບ: TTXVN)

ໄດ້ຈັດກອງປະຊຸມຂັ້ນລັດຖະມົນຕີດ້ວຍຫົວຂໍ້ວ່າ “ບັນຫາຂາດຄວາມສະເໝີພາບໃນການປະຕິບັດໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ” ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີໝູ່ເກາະ Marshall, ປະທານ ESCAP ຊຸດທີ 74. ຄະນະຜູ້ແທນຫວຽດນາມໂດຍທ່ານຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ນຳໜ້າເຂົ້າຮ່ວມກອງປະຊຸມ.

      ກ່າວຄຳເຫັນທີ່ກອງປະຊຸມ, ດ້ວຍຫົວຂໍ້ວ່າ “ບັນດາບັນຫາກ່ຽວຂ້ອງເຖິງນະໂຍບາຍໃຫ້ພາກພື້ນອາຊີ - ປາຊີຟິກ ໃນການແກ້ໄຂການຂາດຄວາມສະເໝີພາບ”, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ, ຮອງລັດຖະມົນຕີການຕ່າງປະເທດ ຮ່າກິມງອັກ ເນັ້ນໜັກວ່າ, ເພື່ອແກ້ໄຂບັນຫາຂາດຄວາມສະເໝີພາບ, ບັນດາປະເທດຄວນກໍ່ສ້າງ, ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ ບົນພື້ນຖານກົດໝາຍສາກົນ. ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ມານະພະຍາຍາມປະຕິບັດການປະຕິຮູບດ້ານບໍລິຫານຢ່າງຮອບດ້ານ, ມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງການສ້າງລະບອບກົດໝາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ທູກອົງການ, ສ່ວນບຸກຄົນ…

      ແລະກໍ່ໃນວັນດຽວກັນ, ກ່າວຄຳເຫັນທີ່ກ່ຽວຂ້ອງເຖິງຫົວຂໍ້ “ລັດທິຫຼາຍຝ່າຍຢູ່ອາຊີ - ປາຊີຟິກ ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມກວມລວມຢູ່ພາກພື້ນ ແລະ ປະກອບສ່ວນເຂົ້າໃນການບໍລິຫານເສດຖະກິດທົ່ວໂລກ”, ທ່ານຮອງລັດຖະມົນຕີ ຮ່າກິມງອັກ ຢືນຢັນວ່າ, ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ໃນນັ້ນຫວຽດນາມ ແມ່ນສະມາຊິກ, ແມ່ນຄວາມມານະພະຍາຍາມຫຼາຍພໍສົມຄວນໃນການຊຸກຍູ້ການຄ້າຫຼາຍຝ່າຍ ໂດຍອີງໃສ່ຫຼັກການເສລີ, ເປີດກວ້າງ, ຍຸຕິທຳ, ກະຈ່າງແຈ້ງ ແລະ ຮອບດ້ານຢູ່ພາກພື້ນອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ