ຫວຽດນາມເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ

ຫວຽດນາມເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ-ອາເມລິກາ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ 
(ພາບ: ASEAN Watch)

(vovworld) - ວັນ​ທີ 23/9, ຢູ່​ນິວ​ຢອກ, ປະ​ເທດ ອ​າ​ເມ​ລິ​ກາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີ່ງ​ມິງ  ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ອາ​ເມ​ລິ​ກາ. ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ແລະ ການ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຂອງ​ການ​ພົວ​ພັນ​ນີ້​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຟ້າມ​ບີ່ງ​ມິງ ເນັ້ນ​ໜັກ​ວ່າ, ດ້ວຍ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ​ປ​ະ​ຊາ​ຄົມ, ອາ​ຊຽນ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ, ໃນ​ນັ້ນ​ມີ ອາ​ເມ​ລິ​ກາ ແລະ ສ​ປ​ຊ, ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື ແລະ ການ​ໜູນ​ຊ່ວຍ ອາ​ຊຽນ ໃນ​ບາງ​ຂົງ​ເຂດ​ອຸ​ລິ​ມະ​ສິດ​ຄື​ເຊື່ອມ​ຕໍ່, ພັດ​ທະ​ນາ​ວິ​ສ​າ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ເລີ່ມ​ດຳ​ເນີນ​ອາ​ຊ​ີບ ແລະ ປະ​ດິດ​ສ້າງ…ທ່ານກໍ່​ຫວັງ​ວ່າ ສ​ປ​ຊ ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ກັບ ອາ​ຊຽນ ເພື່ອ​ປະ​ຕິ​ບັດ​ບັນ​ດາ​​ເປົ້າ​ໝ​າຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໜູນ​ຊ່ວຍ ອາ​ຊຽນ ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ໃນ​ການ​ເຊື່ອມ​ຕໍ່​ພາກ​ພື້ນ ແລະ ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ຂ້າມ​ຊາດ. ທ່ານ ຟ້າມ​ບີ່ງ​ມິງ ກໍ່​ສ​ະ​ເໜີ ໃຫ້ ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ແມ່ນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ, ຄວາມ​ເສ​ລີການ​ເດີນ​ເຮືອ ແລະ ການ​ບິນ ຢູ່​ທ​ະ​ເລ​ຕາ​ເວັນ​ອອກ, ຊຸກ​ຍູ້​ເລື່ອງ​ເຄົາ​ລົບ​ກົດ​ໝາຍ​ສ​າ​ກົນ, ພິ​ເສດ​ແມ່ນ​ບັນ​ດາຫຼັກ​ການ​ລະ​ງັບ​ໃຈ​, ແກ​້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ.


ຂ່າວ/ບົດ​ອື່ນ