ຫວຽດນາມເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນຢູແກຼນຄັ້ງທີ22
ດ້ຽບແອງ,ນັກຂ່າວVOVປະຈຳລັດເຊຍ -  
ຮ້ານວາງສະແດງຂອງຫວຽດນາມ
|
(vovworld) – ງານຕະຫຼາດນັດທ່ອງທ່ຽວສາກົນ ຢູແກຼນ ຄັ້ງທີ 22 ໄຂຂຶ້ນໃນວັນທີ 30/3, ຢູ່ນະຄອນຫຼວງ ກີແອບ, ດ້ວຍການເຂົ້າຮ່ວມຂອງບໍລິສັດທ່ອງທ່ຽວຂະໜາດໃຫຍ່ນັບຮ້ອຍແຫ່ງຂອງເກືອບ 30 ປະເທດ. ປີນີ້, ເປັນຄັ້ງທຳອິດທີ່ ຫວຽດນາມ ໄດ້ເຂົ້າຮ່ວມເພື່ອແນະນຳກັບແຂກທ່ອງທ່ຽວ ຢູແກຼນ ແລະ ສາກົນກ່ຽວກັບຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ກໍຄືແລກປ່ຽນຂໍ້ມູນຂ່າວ, ຊຸກຍູ້ການຮ່ວມສຳພັນດ້ານການທ່ອງທ່ຽວ.
ງານຕະຫຼາດນັດທ່ອງທ່ຽວສາກົນ ຢູແກຼນ ຄັ້ງທີ 22 ໄດ້ດຳເນີນເປັນເວລາ 3 ວັນ ແລະ ໃນມື້ທຳອິດ, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ດຶງດູດແຂກທ່ອງທ່ຽວຫຼາຍທີ່ສຸດ, ວິສາຫະກິດໄປຢ້ຽມຊົມ, ຊອກຮູ້ຂໍ້ມູນຂ່າວສານກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ແລະ ແລກປ່ຽນບັນດາຄວາມສາມາດຈັດຕັ້ງກໍຄືການຮ່ວມສຳພັນໃນຂົງເຂດທ່ອງທ່ຽວ 2 ຝ່າຍ ແລະ ຫຼາຍຝ່າຍ. ໃນບັນດາກອງປະຊຸມສຳມະນາທີ່ຈັດຕັ້ງຢູ່ນອກງານຕະຫຼາດນັດ, ຫວຽດນາມ ກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແນໃສ່ສະໜອງຂໍ້ມູນຂ່າວທີ່ມີປະໂຫຍດໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ຢູແກຼນ ແລະ ສາກົນ ຕື່ມອີກ.
ດ້ຽບແອງ,ນັກຂ່າວVOVປະຈຳລັດເຊຍ