ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ​ດີ​ເດັ່ນ​ຈີນ-ອາ​ຊຽນ​ຄັ້ງ​ທີ 7 ໄຫ່​ໜານ

(VOVWORLD) - ງານມະໂຫລານພົບປະແລກປ່ຽນຊາວໜຸ່ມດີເດັ່ນຈີນ-ອາຊຽນຄັ້ງທີ 7 ຫາຍໜານ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 13 ສິງຫາທີ່ມະຫາວິທະຍາໄລໄຫ່ໜານ ທາງທິດໃຕ້ຂອງຈີນ.
ຫວຽດ​ນາມ​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ພົບ​ປະ​ແລກ​ປ່ຽນ​ຊາວ​ໜຸ່ມ​ດີ​ເດັ່ນ​ຈີນ-ອາ​ຊຽນ​ຄັ້ງ​ທີ 7 ໄຫ່​ໜານ - ảnh 1

 (ພາບ: ehainan.gov.cn)

    ງານມະໂຫລານຄັ້ງນີ້ ໂດຍສະຫະສະມາຄົມມິດຕະພາບການທູດປະຊາຊົນຈີນ, ສະຫະສະມາຄົມຈີນ-ອາຊຽນ ແລະ ພະແນກພົວພັນຕ່າງປະເທດແຂວງຫາຍໜານ ຮ່ວມກັນຈັດຕັ້ງຂຶ້ນ. ການພົບປະແລກປ່ຽນປີນີ້ມີຫົວຂໍ້ວ່າ: “ຊາວໜຸ່ມຕະລຸມບອນ, ພ້ອມກັນສ້າງເສັ້ນທາງສາຍໄໝ” ແລະ ມີບັນດາການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ການພົບປະແລກປ່ຽນ, ການທັດສະນະສຶກສາ, ການສຳພາດ, ສະແດງສິລະປະ, ແຂ່ວຂັນກິລາ…ມີຜູ້ແທນດີເດັ່ນປະມານ 100 ຄົນທີ່ມາຈາກ 7 ປະເທດອາຊຽນຄື: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ລາວ, ມຽນມາ, ກຳປູເຈຍ ແລະ ຜູ້ແທນຊາວໜຸ່ມທ້ອງຖິ່ນໄດ້ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ