ຫວຽດນາມເອົາໃຈໃສ່ພັດທະນາຂະແໜງອຸດສາຫະກຳໜູນຊ່ວຍ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ໄດ້ສະເໜີໃຫ້ແຂວງຫາຍເຢືອງ ປະກາດໃຊ້ແຜນຮ່າງພັດທະນາອຸດສາຫະກຳໜູນຊ່ວຍຮອດປີ 2025 ໂດຍໄວ

ຫວຽດນາມເອົາໃຈໃສ່ພັດທະນາຂະແໜງອຸດສາຫະກຳໜູນຊ່ວຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ

(ພາບ: TTXVN)

ວັນທີ 04 ກຸມພາ, ຢູ່ນະຄອນຫາຍເຢືອງ, ກະຊວງອຸດສາຫະກຳການຄ້າຫວຽດນາມ, ຄະນະກຳມະການປະຊາຊົນແຂວງຫາຍເຢືອງ ແລະ ກຸ່ມບໍລິສັດ Samsung (ສ.ເກົາຫຼີ) ໄດ້ສົມທົບກັນຈັດຕັ້ງກອງປະຊຸມຜັນຂະຫຍາຍໂຄງການໜູນຊ່ວຍໃຫ້ຄຳປຶກສາ ແກ່ວິສາຫະກິດໃນບໍລິເວນແຂວງຫາຍເຢືອງ ໃນຂົງເຂດອຸດສາຫະກຳໜູນຊ່ວຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ, ໄດ້ສະເໜີໃຫ້ແຂວງຫາຍເຢືອງ ປະກາດໃຊ້ແຜນຮ່າງພັດທະນາອຸດສາຫະກຳໜູນຊ່ວຍຮອດປີ 2025 ໂດຍໄວ, ກວດກາຄືນ ແລະ ຫັນບັນດາລະບຽບການບໍລິຫານເປັນງ່າຍດາຍ, ໜູນຊ່ວຍວິສາຫະກິດຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຢ່າງມີປະສິດທິຜົນ, ປ່ຽນແປງໃໝ່ເຕັກໂນໂລຊີ.

          ສ່ວນຝ່າຍ Samsung, ທ່ານຜູ້ອຳນວຍການໃຫຍ່ Samsung ຫວຽດນາມ Choi Joo Hoo ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມທະວີການຮ່ວມມືກັບລັດຖະບານຫວຽດນາມ ເພື່ອ ທະວີຄູນບັນດາການເຄື່ອນໄຫວບຳລຸງກໍ່ສ້າງຕາມບັນດາຂົງເຂດລົງເລິກຂະແໜງຫຼາຍກວ່າ. ຄາດວ່າ, ນັບແຕ່ປີ 2020, Samsung ຈະສົມທົບກັບກະຊວງອຸດສາຫະກຳແລະ ການຄ້າຫວຽດນາມ ບຳລຸງສ້າງນັກຊ່ຽວຊານໃນຂົງເຂດທີ່ເປັນແບບຢ່າງໃຫ້ໄດ້ກວ່າ 200 ຄົນ, ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດແກ່ງແຍ້ງໃນຂົງເຂດອຸດສາຫະກຳສຳຮອງ.

ຕອບກັບ

ຂ່າວ/ບົດ​ອື່ນ