ຫວຽດນາມແມນຄູ່ຮ່ວມມືທີ່ເຂັ້ມແຂງຂອງສະຫະປະຊາຊາດ

(VOVWORLD) -ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ.
ຫວຽດນາມແມນຄູ່ຮ່ວມມືທີ່ເຂັ້ມແຂງຂອງສະຫະປະຊາຊາດ - ảnh 1 (ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ)

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ເນື່ອງໃນໂອກາດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 75, ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິ່ງກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ຢືນຢັນວ່າ ຫວຽດນາມ ນັບມື້ນັບເຂົ້າຮ່ວມຢ່າງຕັ້ງໜ້າກວ່າ ແລະ ເລີ່ມປະກອບສ່ວນໃຫ້ແກ່ສະຫະປະຊາຊາດ. ທ່ານກ່າວວ່າ.

          “ພວກເຮົາບໍ່ພຽງແຕ່ເຂົ້າຮ່ວມໃນຂົງເຂດພັດທະນາ, ເຊິ່ງສະຫະປະຊາຊາດເຄີຍເຕື້ອງເຖິງເປັນຫຼາຍຄັ້ງນັ້ນແມ່ນ “ເປັນແບບຢ່າງຂອງບັນດາປະເທດພວມພັດທະນາ, ບັນດາປະເທດທີ່ບືນຕົວອອກຈາກຄວາມທຸກຍາກ, ຈາກການພັງທະລາຍຂອງສົງຄາມ” ແລະ ກາຍເປັນປະເທດມີລາຍຮັບປານກາງ. ໃນຂົງເຂດຄວາມໝັ້ນຄົງກໍ່ເຊັ່ນດຽວກັນ, ຫວຽດນາມ ນັບມື້ນັບໄດ້ເຂົ້າຮ່ວມໃນກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດຢ່າງຕັ້ງໜ້າກວ່າ. ຫວຽດນາມ ກໍ່ໄດ້ເຂົ້າຮ່ວມບັນດາກົນໄກຕົກລົງນະໂຍບາຍສູງສຸດຂອງສະຫະປະຊາຊາດຄືສະພາຄວາມໝັ້ນຄົງ. ອາຍຸການສະພາຄວາມໝັ້ນຄົງຄັ້ງກ່ອນ, ຫວຽດນາມ ໄດ້ປະຕິບັດໜ້າທີ່ສຳເລັດເປັນຢ່າງດີ ແລະ ໃນອາຍຸການນີ້, ມາຮອດປະຈຸບັນ ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າແມ່ນຄູ່ຮ່ວມມືຕັ້ງໜ້າ”.

          ຕາມທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ແລ້ວ, ມີ 3 ປັດໃຈໄດ້ຊ່ວຍໃຫ້ຫວຽດນາມ ໄດ້ຮັບການສະໜັບສະໜູນ ແລະ ບັນລຸຜົນສຳເລັດຄືແນວນີ້ຢູ່ອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກຄື:

        “ທີ 1, ແມ່ນມູນເຊື້ອການຕໍ່ສູ້ປົກປັກຮັກສາປະເທດຊາດຂອງຫວຽດນາມ. ປັດໃຈທີ 2 ແມ່ນຫວຽດນາມ ໄດ້ມີການປ່ຽນແປງໃໝ່, ເປີດປະຕູບັນລຸຜົນສຳເລັດ, ປະຕິບັດຕາມກົດໝາຍສາກົນ, ສ້າງຜົນງານຫຼາຍຢ່າງ ເຊິ່ງໄດ້ຮັບການຕີລາຄາສູງຈາກຫຼາຍປະເທດກ່ຽວກັບການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ລະດັບເຕີບໂຕ ແລະ ປະຈຸບັນພວກເຮົາພວມປະຕິບັດບັນດາເປົ້າໝາຍພັດທະນາສະຫັດສະວັດໃຫ້ເປັນຢ່າງດີ. ທີ 3 ແມ່ນ ການປະພຶດໃນການພົວພັນກັບຕ່າງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ